ກ່າວຄຳເຫັນສະຫຼຸບທີ່ວາລະປະຊຸມ ຄັ້ງທີ 4 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍ ມະຕິເລກທີ 68 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດເອກະຊົນ (ຄະນະຊີ້ນຳ) ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈ໊ງ, ຫົວໜ້າຄະນະຊີ້ນຳ, ຮຽກຮ້ອງຕ້ອງຍູ້ແຮງການປະຕິຮູບ, ບູລະນະ, ຍົກສູງຄຸນນະພາບລະບອບລະບຽບການ, ນະໂຍບາຍ, ຮັບປະກັນ ແລະປົກປ້ອງສິດກຳມະສິດ, ສິດຊັບສິນ, ສິດເສລີພາບໃນການດຳເນີນທຸລະກິດ, ສິດແກ່ງແຍ້ງຢ່າງມີຄວາມສະເໝີພາບຂອງເສດຖະກິດເອກະຊົນ.

leftcenterrightdel
ບັນຍາກາດທີ່ວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສະຫຼຸບ, ຕີລາຄາຢ່າງຄົບຖ້ວນບັນດາລາຍການ, ແຜນການ ເພື່ອແນໃສ່ຫັນແຜນນະໂຍບາຍຂອງພັກ ກ່ຽວກັບການພັດທະນາເສດຖະກິດເອກະຊົນເປັນລະບອບລະບຽບການ; ຍູ້ແຮງການປະຕິຮູບການປະຕິບັດລະບຽບການບໍລິຫານ ແລະຜັນຂະຫຍາຍນະໂຍບາຍປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ແລະຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ; ຮັບປະກັນສິດເສລີພາບໃນການດຳເນີນທຸລະກິດ, ສິດສະເໝີພາບໄດ້ສຳຜັດກັບແຫຼ່ງກຳລັງ; ຮັບຟັງ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດຢ່າງເປັນປະຈຳ.

ໂດຍ: ຈາງຫງວຽນ