ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີເປີດນໍາໃຊ້ໂຮງຮຽນເຂດຊາຍແດນຢູ່ແຂວງດ້ຽນບຽນ
ກປ.ອອນໄລ - ຕອນບ່າຍວັນທີ 31 ມັງກອນ, ຢູ່ບ້ານນ້ຳຈິມ 1, ຕາແສງ ຊີປາຟິ່ນ, ແຂວງ ດ້ຽນບຽນ ໄດ້ດຳເນີນພິທີເປີດນຳໃຊ້ໂຮງຮຽນລະຫວ່າງຂັ້ນ ຊີປາຟິ່ນ ເຊິ່ງແມ່ນໂຄງການທຳອິດໄດ້ກໍ່ສ້າງສຳເລັດໃນການກໍ່ສ້າງໂຮງຮຽນເຂດຊາຍແດນ 248 ແຫ່ງ ຕາມແຈ້ງການເລກທີ 81 ຂອງກົມການເມືອງກ່ຽວກັບແຜນນະໂຍບາຍລົງທຶນກໍ່ສ້າງໂຮງຮຽນ 248 ແຫ່ງ ໃຫ້ແກ່ບັນດາຕາແສງຊາຍແດນໃນທົ່ວປະເທດ.
ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ພັກກອມມູນິດຫວຽດນາມ ຍາມໃດກໍ່ກຳນົດການສຶກສາ ແລະບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນພື້ນຖານເພື່ອພັດທະນາປະເທດຊາດໂດຍໄວ ແລະຍືນຍົງ. ເປົ້າໝາຍລຸລວງຂອງພັກ, ລັດ ແມ່ນສ້າງສະພາບແວດລ້ອມທີ່ສະດວກ ເພື່ອໃຫ້ບັນດາຄູອາຈານມີຄວາມອຸ່ນອ່ຽງໃຈປະຕິບັດງານ, ມີຄວາມສະໜິດຕິດພັນຍາວນານ, ເພື່ອໃຫ້ນັກຮຽນໄດ້ຮັບການຮ່ຳຮຽນ, ຝືກຝົນຫຼໍ່ຫຼອມໃນເງື່ອນໄຂດີທີ່ສຸດ, ເດັກນ້ອຍທຸກຄົນເຖິງວ່າຢູ່ເຂດຫ່າງໄກສອກຫຼີກ ຫຼືຊາຍແດນລ້ວນແຕ່ມີກາລະໂອກາດທີ່ສະເໝີພາບໃນການເສີມຂະຫຍາຍກຳລັງຄວາມສາມາດ, ເຕີບໃຫຍ່ ແລະອຸທິດສ່ວນ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ແລະຄະນະປະຕິບັດງານສູນກາງ ເຂົ້າຮ່ວມພິທີເປີດນຳໃຊ້ໂຮງຮຽນລະຫວ່າງຂັ້ນ ຊີປາຟິ່ນ. ພາບ: ແທ່ງດາດ. |
ບົນຈິດໃຈນີ້, ພັກ ແລະລັດໃຫ້ຄໍາໝັ້ນສັນຍາຈະຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການໃຫ້ດີທີ່ສຸດ, ກ່ຽວກັບກົນໄກ, ນະໂຍບາຍ ແລະແຫຼ່ງກໍາລັງເພື່ອປະຕິບັດເປົ້າໝາຍດັ່ງກ່າວຢ່າງຮີບດ່ວນ. ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ: ນັບແຕ່ມື້ນີ້, ໂຮງຮຽນແຫ່ງນີ້ ຈະແມ່ນເຮືອນແຫ່ງທີສອງຂອງພວກນ້ອງນັກຮຽນ.
ຂ້າພະເຈົ້າປາດຖະໜາວ່າ ບັນດາພວກນ້ອງນັກຮຽນຈະເຄົາລົບນັບຖືເງື່ອນໄຂຮ່ຳຮຽນທີ່ມີຢູ່ແລ້ວ, ດຸໝັ່ນຂະຫຍັນພຽນ, ມານະພະຍາຍາມຮ່ຳຮຽນ, ຝືກຝົນຫຼໍ່ຫຼອນເຈດຈຳນົງ, ຫຼໍ່ລ້ຽງຄວາມໃຝ່ຝັນ ເພື່ອໃນອະນາຄົດຈະປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດ. ຂ້າພະເຈົ້າປາດຖະໜາວ່າ ບັນດາຄູອາຈານສືບຕໍ່ສາມັກຄີ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈຕໍ່ວຽກງານ, ຖືນັກຮຽນເໝືອນກັບລູກຫຼານຂອງຕົນ, ເພື່ອໃຫ້ໂຮງຮຽນແຫ່ງນີ້ກາຍເປັນສະຖານທີ່ຫຼໍ່ລ້ຽງປັນຍາຊົນ, ຄຸນສົມບັດ, ບຸກຄະລິກກະພາບ, ພັດທະນາອະນາຄົດໃຫ້ແກ່ນັກຮຽນລຸ້ນຕ່າງໆຢູ່ເຂດຊາຍແດນຂອງປະເທດຊາດ.
ໂດຍ: ຈາງຫງວຽນ