ຮັບປະກັນສິດການເລືອກຕັ້ງຂອງພົນລະເມືອງຢ່າງສົມບູນ
ກປ.ອອນໄລ - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີໃຫ້ແຂວງ ດົ່ງທາບ ສືບຕໍ່ກວດຄືນ, ສ້າງ, ອັບເດດ, ຕິດປະກາດບັນຊີລາຍຊື່ຜູ້ເລືອກຕັ້ງ, ຮັບປະກັັບສິດການເລືອກຕັ້ງຂອງພົນລະເມືອງ.
    |
 |
|
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຕິດຕາມກວດກາວຽກງານເລືອກຕັ້ງຜູ້ແທນສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນຢູ່ແຂວງ ດົ່ງທາບ. ພາບ: qdnd.vn |
ຕອນເຊົ້າວັນທີ 31 ມັງກອນ, ຢູ່ແຂວງ ດົ່ງທາບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ພ້ອມກັບຄະນະຕິດຕາມກວດກາ ໄດ້ມີການເຮັດວຽກກັບກຳມະທິການເລືອກຕັ້ງແຂວງ ດົ່ງທາບ ກ່ຽວກັບວຽກງານເລືອກຕັ້ງຜູ້ແທນສະພາແຫ່ງຊາດ ຊຸດທີ XVI ແລະຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2026 - 2031.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີວ່າ ຕ້ອງຊາບຊຶມ, ປະຕິບັດບັນດາເນື້ອໃນຄຳເຫັນຊີ້ນຳສຳຄັນຂອງສະຫາຍເລຂາທິການໃຫຍ່ ໂຕເລິມ ຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຜັນຂະຫຍາຍການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ຊຸດທີ XVI ແລະສະພາປະຊາຊົນທຸກຂັ້ນ ອາຍຸການ 2026 - 2031 ຢ່າງຄົບຖ້ວນ, ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ປອດໄພ, ປະຢັດ, ເລືອກເອົາຜູ້ດີເດັ່ນກ່ຽວກັບຄຸນສົມບັດ ແລະຄວາມເກັ່ງກ້າສາມາດ, ສົມກັບເປັນຜູ້ຕາງໜ້າໃຫ້ແກ່ເຈດຈຳນົງ, ຄາດຫວັງ ແລະສິດເປັນເຈົ້າຂອງປະຊາຊົນໃນສະພາແຫ່ງຊາດ ແລະສະພາປະຊາຊົນທຸກຂັ້ນ.
ໂດຍ: ຈາງຫງວຽນ