ທີ່ການເຮັດວຽກ, ຄະນະປະຕິບັດງານ ໄດ້ຮັບຟັງຜູ້ຕາງໜ້າຄະນະກໍາມະການເລືອກຕັ້ງນະຄອນ ເກີນເທີ ລາຍງານໂດຍຫຍໍ້ສະພາບການ ແລະຜົນການຜັນຂະຫຍາຍປະຕິບັດວຽກງານເລືອກຕັ້ງ; ຊີ້ແຈ້ງຂໍ້ສະດວກ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະຂໍ້ສະເໜີ...

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງລະດັບຊາດ ຕິດຕາມກວດກາວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ທີ່ນະຄອນເກີນເທີ. ພາບ: qdnd.vn

ສະຫຼຸບການເຮັດວຽກ, ທ່ານ ເຈິ່ນແທັງເໝິນ ຕີລາຄາສູງເລື່ອງນະຄອນເກີນເທີ ໄດ້ມີການປະດິດສ້າງໃນການຊີ້ນຳ, ບໍລິຫານວຽກງານເລືອກຕັ້ງ, ພິເສດແມ່ນການນຳໃຊ້ເຕັກໂນໂລຊີ, ການຫັນເປັນດີຈີຕອນ ແລະປັນຍາປະດິດ. ທ່ານປະທານສະພາແຫ່ງຊາດ ສະເໜີນະຄອນສືບຕໍ່ເສີມຂະຫຍາຍ, ດ້ວຍຈິດໃຈເປັນນະຄອນຂຶ້ນກັບສູນກາງ ຕ້ອງນຳໜ້າໃນການຫັນເປັນດີຈີຕອນ, ສະເພາະໜ້າແມ່ນໃນວຽກງານເລືອກຕັ້ງ. ໃນນັ້ນຍູ້ແຮງການນຳໃຊ້ເຕັກໂນໂລຊີໃນວຽກງານໂຄສະນາເຜີຍແຜ່, ຮັບປະກັນວ່າຜູ້ມີສິດເລືອກຕັ້ງທຸກຄົນລ້ວນແຕ່ໄດ້ເຂົ້າເຖິງຂໍ້ມູນການເລືອກຕັ້ງຢ່າງຄົບຖ້ວນ ແລະຖືກຕ້ອງ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ກ່ຽວກັບບາງໜ້າທີ່ຈຸດສຸມໃນໄລຍະຈະມາເຖິງກ່ຽວກັບການຈັດຕັ້ງປະຕິບັດວຽກງານເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ຄະນະປະຈຳຄະນະພັກນະຄອນ, ຄະນະບໍລິຫານງານອົງຄະນະພັກນະຄອນ, ການນຳບັນດາພະແນກ, ຂະແໜງການຕ່າງໆຕ້ອງລົງຕາແສງ, ກົມກອງເລືອກຕັ້ງ, ໜ່ວຍເລືອກຕັ້ງໂດຍກົງ, ຕິດພັນຄວາມຮັບຜິດຊອບລະອຽດກັບແຕ່ລະບໍລິເວນ, ດ້ວຍທິດນໍາແຈ້ງຄົນ, ແຈ້ງວຽກ, ແຈ້ງຜົນໄດ້ຮັບ. ທ່ານ ປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງໃຫ້ນະຄອນເກີນເທີ ກວດກາຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຢ່າງລະອຽດ, ຮັບປະກັນການຕິດປະກາດລາຍຊື່ຜູ້ມີສິດເລືອກຕັ້ງຢ່າງຖືກຕ້ອງ, ບໍ່ໃຫ້ມີການຂາດຕົກບົກຜ່ອງ ຫຼື ຊ້ຳກັນ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ລົງສຳຫຼວດ, ກວດກາວຽກງານເລືອກຕັ້ງທີ່ເຂດເລືອກຕັ້ງທີ 26 (ຫໍຂໍ້ມູນເຂດ 25, ຕາແສງນິງກ່ຽວ, ນະຄອນເກີນເທີ). ພາບ: qdnd.vn

ໂດຍກຳນົດວຽກງານເລືອກຕັ້ງເປັນໜ້າທີ່ການເມືອງທີ່ສຳຄັນໃນໄຕມາດທີ I-2026, ທ່ານປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງໃຫ້ນະຄອນເກີນເທີ ຕ້ອງລະດົມທົ່ວລະບົບການເມືອງເພື່ອຮັບປະກັນການຈັດຕັ້ງການເລືອກຕັ້ງ ໃຫ້ປະສົບຜົນສຳເລັດພ້ອມທັງປະຕິບັດສໍາເລັດໜ້າທີ່ພັດທະນາເສດຖະກິດ-ສັງຄົມເປັນຢ່າງດີ, ເບິ່ງແຍງດູແລບຸນເຕັດໃຫ້ແກ່ຄົນທຸກຍາກ, ຜັນຂະຫຍາຍປະຕິບັດເຂັ້ມງວດບັນດາມະຕິ, ຄຳສັ່ງຂອງສູນກາງ. ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນໃຈວ່າ ດ້ວຍຄວາມຮັບຜິດຊອບ, ສາມັກຄີ ແລະເປັນເຈົ້າການ, ນະຄອນເກີນເທີ ຈະຈັດຕັ້ງສໍາເລັດການເລືອກຕັ້ງ ທີ່ຈະມາເຖິງ.

* ກ່ອນໜ້ານັ້ນ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ໄດ້ລົງສຳຫຼວດໂດຍກົງວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ທີ່ເຂດເລືອກຕັ້ງທີ 26 (ຫໍຂໍ້ມູນເຂດ 25, ຕາແສງນິງກ່ຽວ, ນະຄອນເກີນເທີ).

ໂດຍ: ໄຊຊະນະ