ເຂົ້າຮ່ວມມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ທ່ານເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ… ພ້ອມກັບການນຳ, ອະດີດການນຳພັກ, ລັດ, ສະພາແຫ່ງຊາດຫຼາຍທ່ານ.

leftcenterrightdel
ການນຳພັກ, ລັດ ເຂົ້າສຸສານ ອາໄລຫາປະທານໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ. ພາບ: qdnd.vn

ນະທີ່ນີ້, ຄະນະຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື, ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຂອງປະທານໂຮ່ຈີມິນ, ຜູ້ສ້າງຕັ້ງ, ນຳພາ, ຝືກຝົນຫຼໍ່ຫຼອມພັກກອມມູນິດຫວຽດນາມ ເຊິ່ງແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ປະຊາຊົນຜູ້ອອກແຮງງານ ແລະຂອງຊາດຫວຽດນາມ. ຜ່ານໄລຍະ 96 ປີແຫ່ງການສ້າງຕັ້ງ ແລະເຕີບໃຫຍ່, ພັກໄດ້ນຳພາປະຊາຊົນສ້າງບັນດາຜົນສຳເລັດອັນຍິ່ງໃຫຍ່.

ແຫຼ່ງຄັດຈາກ: vovworld.vn