    |
 |
|
ອະດີດເລຂາທິການໃຫຍ່ ນົງດຶກແມັ້ງ ແລະສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ພາບ: ຈ້ອງຫ໋າຍ |
ອະດີດເລຂາທິການໃຫຍ່ ນົງດຶກແມັ້ງ ຊົມເຊີຍສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກກອງປະຊຸມໃຫຍ່ສືບຕໍ່ເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ; ເຊື່ອໝັ້ນຢ່າງເລິກເຊິ່ງວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ນຳໜ້າແມ່ນສະຫາຍ ທອງລຸນ ສີສຸລິດ, ປະເທດລາວ ອ້າຍນ້ອງ ຈະສືບຕໍ່ພັດທະນາຢ່າງໝັ້ນຄົງ, ຍືນຍົງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງ, ທີ່ຕັ້ງສາກົນຈະໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ.
    |
 |
|
ອະດີດເລຂາທິການໃຫຍ່ ນົງດຶກແມັ້ງ ແລະສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ພາບ: ຈ້ອງຫ໋າຍ |
ສະຫາຍ ທອງລຸນ ສີສຸລິດ ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້, ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງບັນດາກະຊວງ, ຂະແໜງການສູນກາງລາວ ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈດ້ານການເມືອງສູງຂອງພັກ, ລັດລາວ ໃນການພ້ອມກັບຫວຽດນາມ ຜັນຂະຫຍາຍມະຕິ, ຂໍ້ຕົກລົງຂັ້ນສູງຢ່າງມີໄຊ, ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນ, ແທດຈິງ ແລະມີປະສິດທິຜົນ.
ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາ, ປົກປັກຮັກສາ ແລະເຮັດໃຫ້ສາຍພົວພັນແບບພິເສດ ແລະຫາຍາກນີ້ເລິກເຊິ່ງກວ່າ; ເຫັນດີເພີ່ມທະວີຫຸ້ນສ່ວນຍຸດທະສາດ, ຍົກສູງປະສິດທິຜົນການຮ່ວມມືແທດຈິງ, ພ້ອມທັງເອົາໃຈໃສ່ເປັນພິເສດເຖິງການສຶກສາອົບຮົມລຸ້ນໜຸ່ມສອງປະເທດໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີແບບພິເສດຫວຽດນາມ-ລາວ.
    |
 |
|
ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດລາວ ເຂົ້າສຸສານວາງພວງມາລາ, ໄວ້ອາໄລປະທານໂຮ່ຈີມິນ. ພາບ: ຈ້ອງຫ໋າຍ |
* ຕອນເຊົ້າວັນທີ 27 ມັງກອນ, ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດລາວ ໄດ້ເຂົ້າວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ; ວາງພວງມາລາອາໄລຫານັກຮົບວິລະຊົນທີ່ເສຍສະຫຼະຊີວິດ ເພື່ອຊາດຢູ່ອະນຸສາວະລີ ບັ໊ກເຊີນ (ຮ່າໂນ້ຍ).
* ວັນດຽວກັນ, ສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບສະຫາຍນາງ ບຸ່ຍທິມິງຮວ່າຍ, ກໍາມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ; ໄປຢ້ຽມຢາມ ແລະເຮັດວຽກກັບອົງຄະນະພັກ, ອຳນາດການປົກຄອງນະຄອນຮ່າໂນ້ຍ.
* ຕອນບ່າຍວັນທີ 27 ມັງກອນ, ສະຫາຍ ເຈິ່ນເກິ໋ມຕູ໊, ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ໄດ້ເປັນປະທານພິທີສົ່ງສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງພັກ, ລັດລາວ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ.
ໂດຍ: ເຈິ່ນຮວ່ຽນ