ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຂອບໃຈຢ່າງຈິງໃຈຕໍ່ພະມະຫາກະສັດ Norodom Sihamoni, ທ່ານ Hun Sen ປະທານ CPP, ປະທານສະພາສູງ ແລະພັກປະຊາຊົນກຳປູເຈຍ ອ້າຍນ້ອງທີ່ໄດ້ສົ່ງຈົດໝາຍອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ພິເສດແມ່ນສ່ວນຕົວທ່ານນາງ  Men Sam An ທີ່ໄດ້ນໍາໜ້າຄະນະຜູ້ແທນພັກ CPP ມາຫວຽດນາມ ເພື່ອອວຍພອນໂດຍກົງ, ເຊິ່ງສະແດງໃຫ້ເຫັນນໍ້າໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີສະໜິດຕິດພັນລະຫວ່າງສອງພັກ ແລະສອງລັດ. ທ່ານເລຂາທິການໃຫຍ່ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນກັບກຳປູເຈຍ, ກໍ່ຄືການພົວພັນສາມັກຄີ, ຄວາມສະໜິດຕິພັນລະຫວ່າງ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ.

leftcenterrightdel
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານນາງ Men Sam An, ຮອງປະທານພັກປະຊາຊົນກຳປູເຈຍ (CPP) ທີ່ມາອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ໂຕເລິມ ແລະທ່ານນາງ Men Sam An ສະແດງຄວາມເພິ່ງພໍໃຈຕໍ່ສາຍພົວພັນລະຫວ່າງຫວຽດນາມ-ກຳປູເຈຍ ສືບຕໍ່ພັດທະນາຢ່າງແຂງແຮງ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດໃນຊຸມປີມໍ່ໆມານີ້; ເຊື່ອໝັ້ນວ່າໃນໄລຍະຕໍ່ໄປ, ການພົວພັນລະຫວ່າງສອງພັກ, ສອງລັດ ຈະສືບຕໍ່ໄດ້ຮັບການປັບປຸງເພີ່ມທະວີເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ; ຢືນຢັນວ່ານໍ້າໃຈມິດຕະພາບລະຫວ່າງຫວຽດນາມ-ກຳປູເຈຍ ແມ່ນມີລັກສະນະພິເສດ ແລະລ້ຳຄ່າ, ຕ້ອງໄດ້ຮັບການຮັກສາ, ເພີ່ມພູນຄູນສ້າງ, ປັບປຸງ ແລະພັດທະນາໃຫ້ຄົນລຸ້ນຕໍ່ໄປ.

ໂດຍ: ຈາງຫງວຽນ