ເລຂາທິການໃຫຍ່ ໂຕເລິມ ໂອ້ລົມທາງໂທລະສັບກັບເລຂາທິການໃຫຍ່, ປະທານປະເທດ ຈີນ
ວັນທີ 26 ມັງກອນ, ຈາກຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ.
    |
 |
|
ທ່ານເລຂາທິການໃຫຍ່ ໂຕເລິມ ໂອ້ລົມທາງໂທລະສັບກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດແຖວໜ້າການພັດທະນາການພົວພັນກັບຈີນ, ທ່ານເນັ້ນໜັກວ່າ ການພົວພັນ ຫວຽດນາມ-ຈີນ ຕ້ອງສືບຕໍ່ແມ່ນເສົາຄ້ຳສະຖຽນລະພາບ, ຍາວນານ, ຕິດພັນຍຸດທະສາດອັນເລິກເຊິ່ງ. ພັກ ແລະລັດຫວຽດນາມ ຍາມໃດກໍ່ພ້ອມກັບພັກ ແລະລັດຈີນ ຮັດແໜ້ນການພົວພັນສອງປະເທດບ້ານໃກ້ເຮືອນຄຽງໃຫ້ຫຼາຍກວ່າອີກ ພາຍໃຕ້ການນຳພາ, ຊີ້ນໍາຂອງພັກ, ການຮ່ວມເດີນທາງ, ຊ່ວຍເຫຼືອເຊິ່ງກັນ ແລະກັນບົນເສັ້ນທາງຫັນບັນດາຄາດຫວັງ, ວິໄສທັດພັດທະນາ ເຊິ່ງສອງພັກ, ສອງລັດ ກຳນົດໃຫ້ປະກົດຜົນເປັນຈິງ.
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ຊີ້ແຈ້ງວ່າ ຈີນ ພ້ອມກັບພັກ ແລະລັດຫວຽດນາມ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າອີກ, ສ້າງປະຊາຄົມແບ່ງປັນອະນາຄົດ ຈີນ-ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດຢູ່ລະດັບສູງໃໝ່.
ແຫຼ່ງຄັດຈາກ: vovworld.vn