ຜັນຂະຫຍາຍໜ້າທີ່ຈັດຕັ້ງບຸນປີໃໝ່ປະຈໍາຊາດຢ່າງຮອບຄອບຖີ່ຖ້ວນ
ກປ.ອອນໄລ - ວັນທີ 27 ມັງກອນ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດ ໄດ້ເຮັດວຽກກັບຫ້ອງວ່າການປະທານປະເທດ ກ່ຽວກັບການຜັນຂະຫຍາຍໜ້າທີ່ຈັດຕັ້ງບຸນປີໃໝ່ປະຈໍາຊາດ ປີມະເມຍ 2026.
ທີ່ການເຮັດວຽກ, ຜູ້ຕາງໜ້າການນໍາຫ້ອງວ່າການປະທານປະເທດ ໄດ້ລາຍງານກ່ຽວກັບແຜນການຮັບໃຊ້ການເຄື່ອນໄຫວຂອງປະທານ, ຮອງປະທານປະເທດ ໄລຍະກ່ອນ, ໃນ ແລະພາຍຫຼັງບຸນປີໃໝ່ປະຈໍາຊາດ ປີມະເມຍ. ໃນນັ້ນ, ປະທານປະເທດ, ຮອງປະທານປະເທດ ຢ້ຽມຢາມຖາມຂ່າວ, ມອບຂອງຂວັນ, ລະດົມກໍາລັງໃຈພະນັກງານນັກປະຕິວັດຜູ້ອາວຸໂສ, ເປົ້າໝາຍນະໂຍບາຍດີເດັ່ນ, ກໍາລັງປະກອບອາວຸດ; ພົບປະກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ”; ປຸກລະດົມບຸນເຕັດປູກຕົ້ນໄມ້ ແລະການເຄື່ອນໄຫວພົວພັນພາຍໃນ ແລະພົບພັນຕ່າງປະເທດ ຢ່າງເປັນປະຈໍາອື່ນອີກ. ຫ້ອງວ່າການປະທານປະເທດ ຜັນຂະຫຍາຍບັນດາໜ້າທີ່ສົມທົບກັບບັນດາກົມກອງ, ກະຊວງ, ຂະແໜງການທ້ອງຖິ່ນ, ປະກອບສ່ວນກະກຽມດີເງື່ອນໄຂຮັບໃຊ້ປະຊາຊົນຕ້ອນຮັບບຸນປີໃໝ່ປະຈຳຊາດປີມະເມຍ 2026 ໃຫ້ປອດໄພ, ປອດໃສ, ປະຢັດ.
    |
 |
|
ທ່ານ ເລືອງເກື່ອງ ປະທານປະເທດ ກ່າວຄໍາເຫັນທີ່ການເຮັດວຽກກັບຫ້ອງວ່າການປະທານປະເທດ. ພາບ: qdnd.vn |
ໂດຍເນັ້ນໜັກເຖິງຄວາມໝາຍດ້ານການເມືອງ ແລະມະນຸດສະທຳຢ່າງເລິກເຊິ່ງຂອງບັນດາກິດຈະກຳໃນຍາມບຸນເຕັດ, ທ່ານປະທານປະເທດ ຢືນຢັນວ່າ ນີ້ແມ່ນການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນ, ສະແດງໃຫ້ເຫັນຄວາມເອົາໃຈໃສ່, ການເບິ່ງແຍງດູແລຂອງພັກ ແລະລັດທີ່ມີຕໍ່ກັບເປົ້າໝາຍນະໂຍບາຍ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ສະນັ້ນວຽກງານກະກຽມຕ້ອງໄດ້ດໍາເນີນຢ່າງຮອບຄອບຖີ່ຖ້ວນ, ມີຄວາມຮັບຜິດຊອບ, ຖືກກັບແຜນນະໂຍບາຍ, ເປົ້າໝາຍ.
ກ່ຽວກັບລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ”, ທ່ານປະທານປະເທດ ຮຽກຮ້ອງໃຫ້ສືບຕໍ່ກະກຽມຢ່າງລະອຽດ, ຮັບປະກັນການຈັດຕັ້ງຢ່າງສະຫງ່າຜ່າເຜີຍ, ຮອບຄອບຖີ່ຖ້ວນ, ສະແດງໃຫ້ເຫັນອາລົມຈິດ, ຄວາມເຄົາລົບນັບຖືຂອງພັກ ແລະລັດ ຕໍ່ກັບພໍ່ແມ່ປະຊາຊົນຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບບ້ານເກີດເມືອງນອນ, ປະເທດຊາດ. ວຽກງານໃນໂອກາດບຸນປີໃໝ່ປະຈໍາຊາດຫຼາຍ, ທ່ານປະທານປະເທດ ໄດ້ຮຽກຮ້ອງໃຫ້ຫ້ອງວ່າການປະທານປະເທດ ຮັບປະກັນໃຫ້ບັນດາວຽກງານ, ໜ້າທີ່ເປັນປະຈໍາຢ່າງຮອບຄອບ, ມີການແບ່ງວຽກ, ໜ້າທີ່ຢ່າງຈະແຈ້ງ, ປະຕິບັດຖືກຕ້ອງຕາມການກຳນົດເວລາ ແລະແຜນການ.
ໂດຍ: ທູຈາງ