leftcenterrightdel
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ທ່ານ ເລມິງຮຶງ ຫົວໜ້າຄະນະຈັດຕັ້ງສູນກາງ ມອບດອກໄມ້ຊົມເຊີຍທ່ານເລຂາທິການໃຫຍ່ ໂຕເລິມ. ພາບ: vov.vn

ໃນຈົດໝາຍຊົມເຊີຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ  ໄດ້ເນັ້ນໜັກວ່າ ເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຕື່ມອີກສະໄໝໜຶ່ງນັ້ນແມ່ນສະແດງໃຫ້ເຫັນຄວາມເຊື່ອໝັ້ນ ແລະການຕີລາຄາສູງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ຕໍ່ການປະກອບສ່ວນຢ່າງໃຫຍ່ຫຼວງກ່ຽວກັບພູມປັນຍາ, ເຫື່ອແຮງ, ບົດຮຽນປະສົບການທີ່ອຸດົມສົມບູນຂອງທ່ານເລຂາທິການໃຫຍ່ ໃນການຊີ້ນຳນຳພາໃນຕະຫຼອດໄລຍະຜ່ານມາ; ພ້ອມທັງຢັ້ງຢືນຈະພ້ອມກັບທ່ານເລຂາທິການໃຫຍ່ ແລະຄະນະການນຳໃໝ່ຂອງພັກກອມມູນິດຫວຽດນາມ ສືບຕໍ່ຮັກສາ, ປົກປັກຮັກສາ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ

ໃນສານຊົມເຊີຍຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ, ໄດ້ເຜີຍວ່າ: “ຂ້າພະເຈົ້າເຄົາລົບນັບຖືສາຍພົວພັນລະຫວ່າງສອງພັກ, ສອງລັດ ຈີນ-ຫວຽດນາມ, ພ້ອມແລ້ວທີ່ຈະພ້ອມກັບສະຫາຍເລຂາທິການໃຫຍ່ ເພີ່ມທະວີການແລກປ່ຽນຍຸດທະສາດ, ເສີມຂະຫຍາຍໄມຕີຈິດມິດຕະພາບ, ຢືດໝັ້ນຊຸກຍູ້ພາລະກິດສັງຄົມນິຍົມ, ນຳພາການຮ່ວມມືຍຸດທະສາດຮອບດ້ານ ແລະເລື່ອງສ້າງປະຊາຄົມແບ່ງປັນໃນອະນາຄົດຈີນ- ຫວຽດນາມ ໃຫ້ບັນລຸໄດ້ຫຼາຍໝາກຜົນທີ່ຍິ່ງໃຫຍ່ຢ່າງບໍ່ຢຸດຢັ້ງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດນັບມື້ນັບຫຼາຍກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະການພັດທະນາຮຸ່ງ​ເຮືອງ​ສີ​ວິ​ໄລຂອງພາກພື້ນ ແລະໃນໂລກ”.

ໃນຈົດໝາຍຊົມເຊີຍ, ພະມະຫາກະສັດກໍາປູເຈຍ Norodom Sihamoni ໄດ້ສົ່ງຄຳອວຍພອນຢ່າງຈິງໃຈມາຍັງທ່ານເລຂາທິການໃຫຍ່ ໂຕເລິມ; ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່, ຫວຽດນາມ ຈະບັນລຸໄດ້ບັນດາຜົນສຳເລັດ ແລະພັດທະນາຍິ່ງໃຫຍ່ກວ່າໃນທຸກຂົງເຂດ, ພ້ອມທັງຮັກສາບົດບາດສຳຄັນຢູ່ພາກພື້ນ ແລະໃນໂລກ.

ຂ່າວ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ