ເຖິງຢ່າງໃດກໍ່ຕາມ, ຈາກແຜນນະໂຍບາຍ, ນະໂຍບາຍທີ່ຖືກຕ້ອງເຖິງໝາກຜົນຕົວຈິງ ແມ່ນວິວັດການທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍ. ພຽງແຕ່ມີຄວາມສາມັກຄີ, ເຫັນດີເປັນເອກະພາບສູງໃນທົ່ວພັກ, ທົ່ວປວງຊົນ; ຄວາມຕັດສິນໃຈການເມືອງຢ່າງແຂງແຮງພ້ອມດ້ວຍວິທີການຈັດຕັ້ັງປະຕິບັດວິທະຍາສາດ, ຄົບຊຸດ, ຂ້ຽວຂາດຂອງທົ່ວລະບົບການເມືອງ, ຂອງທຸກຂັ້ນ, ທຸກຂະແໜງການ, ທຸກທ້ອງຖິ່ນ, ມະຕິຈຶ່ງເຂົ້າສູ່ຊີວິດການເປັນຢູ່, ເປົ້າໝາຍ, ຄວາມຄາດຫວັງ ແລະວິໄສທັດ ເຊິ່ງກອງປະຊຸມໃຫຍ່ ກໍານົດຈຶ່ງສາມາດປະກົດຜົນເປັນຈິງ.

leftcenterrightdel
ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ສະເໜີຕົວທີ່ກອງປະຊຸມໃຫຍ່. ພາບ: qdnd.vn

ພຶດຕິກໍາຕົວຈິງສະແດງໃຫ້ເຫັນວ່າ ເພື່ອເຮັດໄດ້ສິ່ງເຫຼົ່ານີ້, ກ່ອນອື່ນໝົດ ແລະສໍາຄັນແຖວໜ້າຍັງແມ່ນວຽກງານບຸກຄະລາກອນ. ຕ້ອງສືບຕໍ່ສຸມໃສ່ສ້າງຖັນແຖວພະນັກງານ, ໂດຍສະເພາະແມ່ນການນໍາ, ພະນັກງານແມ່ນການນໍາ, ບໍລິຫານມີຄຸນທາດ, ຄວາມສາມາດທີ່ດີ, ຄຸນທາດໝັ້ນຄົງ, ກ້າຄິດ, ກ້າເຮັດ, ກ້າປ່ຽນແປງໃໝ່ປະດິດສ້າງ, “ເວົ້າແລ້ວທີ່ຕ້ອງເຮັດ, ເຮັດໄວ, ເຮັດຖືກ, ເຮັດມີປະສິດທິຜົນ, ເຮັດຈົນແລ້ວ” ເພື່ອຜົນປະໂຫດຍລວມ. ຄຽງຂ້າງການເຂົ້າຮ່ວມຢ່າງຕັ້ງໜ້າ, ຄົບຊຸດຂອງທົ່ວລະບົບທີ່ບັນດາຂະແໜງການ, ຂົງເຂດຕ່າງໆ, ບັນດາທ້ອງຖິ່ນຈຸດສຸມຕ້ອງກໍານົດໄດ້ບົດບາດ, ທີ່ຕັ້ງຂອງຕົນ, ແຕ່ຈາກນັ້ນນໍາໜ້າໃນການຈັດປະຕິບັດມະຕິ, ພັດທະນາຢ່າງແຂງແຮງເພື່ອແຜ່ຂະຫຍາຍ, ຊັກນໍາ, ສ້າງກໍາລັງແຮງຂອງທົ່ວປະເທດ...

ປະຊາຊົນຍາມໃດກໍ່ເຊື່ອໝັ້ນຢ່າງເດັດຂາດເຂົ້າໃນການນໍາພາຂອງພັກ, ພ້ອມທັງຝາກຝັງຄວາມຫວັງກ່ຽວກັບອະນາຄົດທີ່ດີງາມກວ່າ. ຄວາມຮັບຜິດຊອບອັນສູງສົ່ງຂອງພັກ, ລັດ, ຂອງພະນັກງານ, ສະມາຊິກພັກແຕ່ລະຄົນແມ່ນສູ້ຊົນສ້າງສາປະເທດເຂັ້ມແຂງແຮງກ້າ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບອີ່ມໜຳສຳລານ, ຜາສຸກ.

ໂດຍ: ໄຊນີດາ