ການນໍາບັນດາປະເທດສົ່ງໂທລະເລກ, ຈົດໝາຍອວຍພອນເລຂາທິການໃຫຍ່ ໂຕເລິມ
ກປ.ອອນໄລ - ເນື່ອງໃນໂອກາດທ່ານໂຕເລິມ ເລຂາທິການໃຫຍ່ ໄດ້ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະໄໝທີ XIV ເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ຄືນໃໝ່, ການນໍາຂັ້ນສູງບັນດາປະເທດ ກູບາ, ລັດເຊຍ, ຍີ່ປຸ່ນ, ເບລາຣຸດ ໄດ້ສົ່ງໂທລະເລກ, ຈົດໝາຍອວຍພອນ.
ທ່ານ Miguel Díaz-Canel Bermúdez ເລຂາທິການໃຫຍ່ຜູ້ທີໜຶ່ງພັກກອມມູນິດກູບາ, ປະທານປະເທດ ກູບາ ໃນຈົດໝາຍອວຍພອນໄດ້ຊີ້ແຈ້ງວ່າ ກູບາ ຕີລາຄາສູງຜົນງານປະຫວັດສາດເຊິ່ງ ຫວຽດນາມ ບັນລຸໄດ້ໃນ 40 ປີແຫ່ງວັນຜັນຂະຫຍາຍກິດຈະການປ່ຽນແປງໃໝ່, ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການນໍາພາທີ່ສະຫຼາດສ່ອງໃສຂອງທ່ານເລຂາທິການໃຫຍ່ ໂຕເລິມ, ພັກ ແລະປະຊາຊົນຫວຽດນາມ ຈະສືບຕໍ່ສ້າງລັດທິສັງຄົມ, ມຸ່ງໄປເຖິງໄລຍະພັດທະນາໃໝ່ທີ່ຈະເລີ່ນຮຸ່ງເຮືອງກວ່າ, ກວມລວມກວ່າ ແລະຍືນຍົງກວ່າ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ກ່າວຄໍາເຫັນອັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານ Vladimir Putin ປະທານາທິບໍດີ ຢືນຢັນວ່າ ໝາກຜົນການບ່ອນບັດທີ່ຢືນຢັນອິດທິພົນຊື່ສຽງການເມືອງ, ຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່ກັບຜົນງານຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນການກໍ່ສ້າງ ແລະຈັດຕັ້ງປະຕິບັດແນວທາງທີ່ມີລັກສະນະຍຸດທະສາດຂອງຫວຽດນາມ, ພ້ອມທັງເນັ້ນໜັກວ່າ ລັດເຊຍ ຕີລາຄາສູງການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຂຍ. ທ່ານ Vladimir Putin ຫວັງວ່າ ການນໍາສອງທ່ານຈະສືບຕໍ່ພັດທະນາການຮ່ວມມືໃນທຸກດ້ານເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນອາຊີ-ປາຊີຟິກ.
ໃນຈົດໝາຍສົ່ງໃຫ້ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານ Dmitry Medvedev ປະທານພັກປະເທດລັດເຊຍ ເອກະພາບ ເນັ້ນໜັກວ່າ ຄວາມເຊື່ອໝັ້ນຢ່າງສູງເຊິ່ງບັນດາສະມາຊິກພັກ ທີ່ສະຫງວນໃຫ້ທ່ານໂຕເລິມ, ສະແດງຄວາມຮັບຮູ້ສົມກັບການປະກອບສ່ວນທີ່ດີເລີດຂອງເລຂາທິການໃຫຍ່ ເຂົ້າໃນຄວາມຈະເລີນຮຸ່ງເຮືອງຂອງຫວຽດນາມ ແລະປັບປຸງອິດທິພົນຊື່ສຽງຂອງຫວຽດນາມ. ທ່ານ Dmitry Medvedev ເຊື່ອໝັ້ນວ່າ ດ້ວຍບົດຮຽນການເມືອງອັນໃຫຍ່ຫຼວງ, ທ່ານ ໂຕເລິມ ສະສືບຕໍ່ປະກອບສ່ວນມີປະສິດທິຜົນໃຫ້ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ.
ທ່ານ Takaichi Sanae ປະທານພັກປະຊາທິປະໄຕເສລີຍີ່ປຸ່ນ, ນາຍົກລັດຖະມົນຕີຍີ່ປຸ່ນ ຊົມເຊີຍພັກກອມມູນິດຫວຽດນາມ ພາຍໃຕ້ການຊັກນໍາຂອງການນໍາລຸ້ນໃໝ່, ຫວຽດນາມ ຈະເສີມຂະຫຍາຍບົດບາດນໍາພາທີ່ພົ້ນເດັ່ນໃນການສ້າງສັນເພື່ອມຸ່ງໄປເຖິງສັງກາດພັດທະນາໃໝ່ໃຫ້ບໍ່ພຽງແຕ່ສະເພາະຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າສະຖຽນລະພາບ, ການພັດທະນາຂອງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ແລະໃນໂລກ ອີກດ້ວຍ.
ທ່ານ Aleksandr Lukashenko ປະທານາທິບໍດີເບລາຣຸດ ເນັ້ນໜັກເລື່ອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລືອກຕັ້ງທ່ານ ໂຕເລິມ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຄືນໃໝ່ ແມ່ນພິສູດໃຫ້ເຫັນຜົນງານອັນໃຫຍ່ຫຼວງໃນການເຄື່ອນໄຫວຂອງທ່ານ ເລຂາທິການໃຫຍ່, ຢືນຢັນຄວາມໄວ້ເນື້ອເຊື່ອໃຈຂອງພັກ ແລະປະຊາຊົນຫວຽດນາມ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນໄລຍະຈະມາເຖິງພາຍໃຕ້ການນໍາພາຂອງທ່ານເລຂາທິການໃຫຍ່.
ໂດຍ: ໄຊນີດາ