ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (18 ມັງກອນ 1950 / 18 ມັງກອນ 2026), ທ່ານເລຂາທິການໃຫຍ່ ໂຕເລິມ ແລະທ່ານປະທານປະເທດ ເລືອງເກື່ອງ ໄດ້ແລກປ່ຽນໂທລະເລກອວຍພອນກັບທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ; ທ່ານ ຟ້າມມິນຈິ໊ງ ນາຍົກລັດຖະມົນຕີ ໄດ້ແລກປ່ຽນໂທລະເລກອວຍພອນກັບທ່ານ ຫຼີສຽງ ນາຍົກລັດຖະມົນຕີ ຈີນ; ທ່ານ ເຈິ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ແລກປ່ຽນໂທລະເລກອວຍພອນກັບທ່ານ ທ່ານ Zhao Leji ປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ.

leftcenterrightdel
ພາບປະກອບຈາກ ສໍານັກຂ່າວສານຫວຽດນາມ.

ໂທລະເລກອວຍພອນຂອງບັນດາການນຳຫຼັກແຫຼ່ງຂອງຫວຽດນາມ ໄດ້ຕີລາຄາສູງປີ 2025 ແມ່ນປີປະສົບຜົນສຳເລັດ ແລະມີຄວາມໝາຍອັນໃຫຍ່ຫຼວງຫຼາຍຢ່າງ ຂອງການພົວພັນ ຫວຽດນາມ - ຈີນ, ສ້າງຂີດໝາຍບັນດາບາດກ້າວໃໝ່ບົນເສັ້ນທາງ 75 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງສອງປະເທດ. ບັນດາການຢ້ຽມຢາມລະຫວ່າງບັນດາການນຳຫຼັກແຫຼ່ງຂອງສອງພັກ, ສອງລັດ…. ໄດ້ປະກອບສ່ວນນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ໃຫ້ຂຶ້ນສູ່ລະດັບສູງໃໝ່. ພ້ອມທັງ, ບັນດາການນຳຫວຽດນາມ ກໍ່ຢືນຢັນວ່າ ສອງຝ່າຍມີຄວາມໄວ້ເນື້ອເຊື່ອໃຈຢ່າງແນວແນ່ກ່ຽວກັບອະນາຄົດຂອງການພັດທະນາຢ່າງດີງາມ, ມີປະສິດທິຜົນກວ່າໃນທຸກດ້ານຂອງການພົວພັນສອງພັກ, ສອງລັດ.

ບັນດາການນຳຫຼັກແຫຼ່ງຂອງຈີນ ຢືນຢັນການຖືເປັນສຳຄັນການພົວພັນລະຫວ່າງສອງພັກ, ສອງລັດ; ພ້ອມແລ້ວທີ່ຈະຊຸກຍູ້ການພົວພັນ ຈີນ-ຫວຽດນາມ ໃຫ້ບັນລຸໄດ້ບາດກ້າວໃໝ່ຢ່າງບໍ່ຢຸດຢັ້ງ, ເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ໂດຍ: ຈາງຫງວຽນ