ຫວຽດນາມ ແລະ ສປຊ ເຫັນດີເພີ່ມທະວີການຮ່ວມມືຊຸກຍູ້ບັນດາຂໍ້ລິເລີ່ມບໍລິຫານເຕັກໂນໂລຢີທົ່ວໂລກ
ກປ.ອອນໄລ - ວັນທີ 16 ມັງກອນ, ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Amandeep Singh Gill, ຮອງເລຂາທິການໃຫຍ່ ສະຫະປະຊາຊາດ (ສປຊ), ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບດ້ານເຕັກໂນໂລຢີ.
ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ໄດ້ຕີລາຄາສູງບົດບາດຂອງ ສປຊ ໃນການຊຸກຍູ້ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຢີ, ພິເສດແມ່ນຄວາມມານະພະຍາຍາມໃນການຜັນຂະຫຍາຍເອກະສານດີຈີຕອນທົ່ວໂລກ, ປະກອບສ່ວນກຳນົດທິດບໍລິຫານເຕັກໂນໂລຢີທົ່ວໂລກຕາມທິດກວມລວມ, ປອດໄພ ແລະຍືນຍົງ. ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ເນັ້ນໜັກວ່າ ຫວຽດນາມ ຖືການພັດທະນາກໍາລັງຄວາມສາມາດ ແລະເພີ່ມທະວີເປັນເຈົ້າຕົນເອງກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນແມ່ນບຸລິມະສິດຍຸດທະສາດ.
    |
 |
|
ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທ່ານ Amandeep Singh Gill, ຮອງເລຂາທິການໃຫຍ່ ສປຊ, ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ຮັບຜິດຊອບດ້ານເຕັກໂນໂລຢີ. ພາບ: ແທັ່ງລອງ |
ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ສະເໜີ ສປຊ ເພີ່ມທະວີການເຂົ້າຮ່ວມຂອງພາກເອກະຊົນໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ພ້ອມທັງສະເໜີການຈັດຕັ້ງເວທີປາໄສວິສາຫະກິດເຕັກໂນໂລຢີພາຍໃຕ້ການສະໜັບສະໜູນຂອງ ສປຊ ແລະອາຊຽນ. ທ່ານຮອງລັດຖະມົນຕີ ກໍ່ສະເໜີ ສປຊ ສ້າງເງື່ອນໄຂເພື່ອຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກວ່າອີກໃນກົນໄກຄົ້ນຄວ້າ, ໃຫ້ຄຳປຶກສານະໂຍບາຍ ແລະບໍລິຫານປັນຍາປະດິດ (AI) ຂອງ ສປຊ, ໃນນັ້ນມີສະພາວິທະຍາສາດສາກົນເອກະລາດກ່ຽວກັບ AI ແລະເຄືອຂ່າຍຍົກສູງກໍາລັງຄວາມສາມາດກ່ຽວກັບ AI.
ສ່ວນທ່ານຮອງເລຂາທິການໃຫຍ່ Amandeep Singh Gill ຕີລາຄາສູງບັນດາຜົນງານ ແລະຄວາມມານະພະຍາຍາມຂອງຫວຽດນາມ ໃນການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນ. ທ່ານຮອງເລຂາທິການໃຫຍ່ ຊົມເຊີຍຫວຽດນາມ ເຂົ້າຮ່ວມເຄືອຂ່າຍຍົກສູງກໍາລັງຄວາມສາມາດ AI.
ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືຊຸກຍູ້ບັນດາຂໍ້ລິເລີ່ມໃນການບໍລິຫານເຕັກໂນໂລຢີທົ່ວໂລກ ກໍ່ຄືຊຸກຍູ້ການຮ່ວມມື ອາຊຽນ-ສປຊ ໃນຂົງເຂດວິທະຍາສາດ, ເຕັກໂນໂລຢີ, ປັນຍາປະດິດ.
ໂດຍ: ເຈິ່ນຮວ່ຽນ