ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວາລະປະຊຸມຄັ້ງທີ 1 ຄະນະຊີ້ນຳສູນກາງເງິນສາກົນຢູ່ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ຊ້າສຸດແມ່ນວັນທີ 9 ກຸມພາ 2026 ສູນການເງິນສາກົນຢູ່ນະຄອນໂຮ່ຈີມິນ ຕ້ອງເປີດນຳໃຊ້ເພື່ອນຳເຂົ້າເຄື່ອນໄຫວຢ່າງເປັນທາງການ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ວາລະປະຊຸມ. ພາບ: vov.vn |
ໃນສະພາບການເສດຖະກິດໂລກສືບຕໍ່ມີການຜັນແປໂດຍໄວ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ເລື່ອງຫວຽດນາມ ເປັນເຈົ້າການກຳນົດບົດບາດໃໝ່ໃນເຄືອຂ່າຍການເງິນສາກົນແມ່ນຄວາມຮຽກຮ້ອງຕ້ອງເປັນໄປ, ສິ່ງນີ້ຮຽກຮ້ອງວິວັດການປ່ຽນແປງຈິນຕະຍາການຈາກການເຂົ້າຮ່ວມໄປສູ່ການສ້າງສັນຖານະຕຳແໜ່ງ. ນີ້ແມ່ນການເນັ້ນໜັກຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ວາລະປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳສູນກາງການເງິນສາກົນຢູ່ຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 16 ມັງກອນຢູ່ ຮ່າໂນ້ຍ.
ເນັ້ນໜັກເຖິງເປົ້າໝາຍໃນການສ້າງສູນການເງິນສາກົນທີ່ທັນສະໄໝ, ໂປ່ງໃສ, ມີປະສິດທິຜົນ, ພ້ອມທັງມຸ່ງໄປເຖິງເປົ້າໝາຍຮອດປີ 2035, ຫວຽດນາມ ຈະນອນໃນກຸ່ມ 75 ສູນການເງິນໂລກ ແລະກຸ່ມ 25 ສູນການເງິນພາກພື້ນອາຊີ-ປາຊີຟິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ: "ຫວຽດນາມ ເດີນຕາມຫຼັງແຕ່ຕ້ອງສືບທອດ, ຄັດເລືອກ, ເສີມຂະຫຍາຍສິ່ງຍອດຢ້ຽມຂອງໂລກເພື່ອຜັນຂະຫຍາຍ. ພວກເຮົາຕ້ອງປະຕິບັດສຳເລັດ, ໝາຍຄວາມວ່າບໍ່ໄດ້ທົດລອງອີກ. ຜົນສຳເລັດນຳມາເຊິ່ງປະສິດທິຜົນໃຫ້ແກ່ປະເທດຊາດ, ຊົນຊາດ, ພິເສດໃຫ້ສອງນະຄອນ ຮັບຜິດຊອບໜ້າທີ່ກ່ຽວກັບການເຄື່ອນໄຫວຂອງສອງສູນການເງິນສາກົນ. ຄວາມຮັບຜິດຊອບຍິ່ງສູງຜົນປະໂຫຍດກໍ່ຫຼາຍ. ເພາະສະນັ້ນ, ສອງນະຄອນຕ້ອງເປັນເຈົ້າການ, ຕັ້ງໜ້າ".
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ຊ້າສຸດແມ່ນວັນທີ 9 ກຸມພາ 2026 ສູນການເງິນສາກົນຢູ່ນະຄອນໂຮ່ຈີມິນຕ້ອງເປີດນຳໃຊ້ເພື່ອນຳເຂົ້າເຄື່ອນໄຫວຢ່າງເປັນທາງການ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ