leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Eduard Stiphout ຮອງປະທານກຸ່ມບໍລິສັດ ASML (ໂຮນລັງ). ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ, ຫວຽດນາມ ພວມກ້າວເຂົ້າສູ່ໄລຍະຫັນປ່ຽນທີ່ມີຄວາມໝາຍຍຸດທະສາດ, ພັດທະນາໂດຍອີງໃສ່ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ ເພື່ອບັນລຸເປົ້າໝາຍເຕີບໂຕສອງຕົວເລກນັບແຕ່ປີ 2026 ແລະກາຍເປັນປະເທດພັດທະນາໃນປີ 2045.

ທ່ານນາຍົກລັດຖະມົນຕີ ສະເໜີ ASML ຜັນຂະຫຍາຍບັນດາການເຄື່ອນໄຫວບໍາລຸງສ້າງ, ແລກປ່ຽນນັກຊ່ຽວຊານ, ຝຶກງານ, ໜູນຊ່ວຍທຶນການສຶກສາໃນຂົງເຂດເຄິ່ງຊັກນໍາໄຟຟ້າໃຫ້ຫວຽດນາມ. ພ້ອມທັງຢືນຢັນວ່າ, ລັດຖະບານຫວຽດນາມ ໃຫ້ຄຳໝັ້ນສັນຍາຍາມໃດກໍ່ຮ່ວມເດີນທາງ ແລະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີ ASML ມາລົງທຶນ, ດຳເນີນທຸລະກິດຢ່າງສຳເລັດຜົນ ແລະຍາວນານ ຢູ່ຫວຽດນາມ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ເຫັນດີກັບຄຳເຫັນຂອງທ່ານນາຍົກລັດຖະມົນຕີ, ທ່ານ Eduard Stiphout ໃຫ້ຮູ້ວ່າ ASML ພວມຄົ້ນຄວ້າຄວາມສາມາດເປີດກວ້າງຕ່ອງໂສ້ການສະໜອງຢູ່ ຫວຽດນາມ; ການຮ່ວມມືກໍ່ສ້າງຕັ້ງສູນບໍາລຸງສ້າງ, ຄົ້ນຄວ້າ ແລະພັດທະນາ; ພິຈາລະນາຄວາມສາມາດໃນການສ້າງຕັ້ງຫ້ອງການຢ່າງເປັນທາງການ ແລະສະໜອງອຸປະກອນໃຫ້ແກ່ລູກຄ້າທີ່ມີຄວາມສາມາດບົ່ມຊ້ອນ ຢູ່ຫວຽດນາມ. ຜ່ານນັ້ນ, ພັດທະນາລະບົບນິເວດ ເຄິ່ງຊັກນໍາໄຟຟ້າ ຢູ່ຫວຽດນາມ ຄືດັ່ງຄວາມປາດຖະໜາຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ.

ໂດຍ: ທູຈາງ