ຫວຽດນາມ ສະແດງຈິດໃຈສາມັກຄີ, ມີຄວາມຮັບຜິດຊອບ ແລະການຮ່ວມມືຢ່າງແໜ້ນແຟ້ນໃນອາຊຽນ
ກປ.ອອນໄລ - ບັນດາເອກອັກຄະລັດຖະທູດ ອາຊຽນ ປະຈຳ ເມັກຊີໂກ ເນັ້ນໜັກວ່າ ຫວຽດນາມ ໃນຖານະຕໍາແໜ່ງເປັນປະທານຄະນະກຳມະການອາຊຽນ ປະຈຳ ເມັກຊີໂກ (ACMC) ໃນອາຍຸການ 2025 ໄດ້ສະແດງໃຫ້ເຫັນຈິດໃຈສາມັກຄີ, ມີຄວາມຮັບຜິດຊອບ ແລະຮ່ວມມືກັນຢ່າງແໜ້ນແຟ້ນພາຍໃນກຸ່ມອາຊຽນ.
ນີ້ແມ່ນຂໍ້ສັງເກດທີ່ໄດ້ຍົກອອກທີ່ພິທີມອບ-ຮັບຕຳແໜ່ງປະທານ ACMC ໃຫ້ແກ່ທ່ານ Arvin R. de Leon, ເອກອັກຄະລັດຖະທູດຟີລິບປິນ ປະຈຳ ເມັກຊີໂກ ທີ່ຈັດຂຶ້ນຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳ ນະຄອນຫຼວງ ເມັກຊີໂກ ຊີຕີ ໃນວັນທີ 17 ມັງກອນ.
    |
 |
|
ບັນດາເອກອັກຄະລັດຖະທູດ ACMC ທີ່ພິທີມອບ-ຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ພິທີ, ບັນດາເອກອັກຄະລັດຖະທູດ ACMC ຢືນຢັນວ່າ ໃນປີຜ່ານມາ, ຫວຽດນາມ ໄດ້ສົມທົບກັບບັນດາປະເທດສະມາຊິກຈັດການເຄື່ອນໄຫວແທດຈິງຫຼາຍຢ່າງ, ຄື: ສັບປະດາອາຊຽນ ຢູ່ສະພາຕໍ່າ ເມັກຊີໂກ, ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ແນະນໍາອາຫານການກິນ ແລະສີສັນອາຊຽນ ຢູ່ນະຄອນຫຼວງ ເມັກຊີໂກ ຊີຕີ. ບັນດາການເຄື່ອນໄຫວນີ້້ປະກອບສ່ວນຍົດສູງພາບພົດ ແລະຖານະບົດບາດຂອງອາຊຽນ ຢູ່ ເມັກຊິກໂກ, ພ້ອມທັງຊຸກຍູ້ການພົວພັນຕ່າງປະເທດລະຫວ່າງສະມາຄົມ ແລະບັນດາຄູ່ຮ່ວມມືປະເທດປະຈໍາຖິ່ນ.
ກ່າວຄຳເຫັນທີ່ພິທີມອບ-ຮັບ, ທ່ານ ຫງວຽນວັນຫາຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ເມັກຊິກໂກ ເຊື່ອໝັ້ນວ່າ ທ່ານ Arvin R. de Leon ຈະສືບຕໍ່ຜັນຂະຫຍາຍຈິດໃຈສາມັກຄີ, ການເປັນເຈົ້າການ ແລະຫົວຄິດປະດິດສ້າງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຊຸກຍູ້ການພົວພັນ ອາຊຽນ - ເມັກຊີໂກ ໃນປີ 2026.
ໂດຍ: ຈາງຫງວຽນ