“ຫວຽດນາມ ມີລະບົບການເມືອງທີ່ສະຖຽນລະພາບ ແລະນັ້ນແມ່ນໜຶ່ງໃນບັນດາທ່າແຮງອັນໃຫຍ່ຫຼວງຂອງປະເທດອາຊີຕາເວັນອອກສ່ຽງໃຕ້ນີ້”. ນີ້ແມ່ນຂໍ້ສັງເກດຂອງທ່ານ Andrew Goledzinowski, ອະດີດເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ ໄລຍະ 2022-2024, ທີ່ການຕອບສຳພາດຕໍ່ນັກຂ່າວຫວຽດນາມ ປະຈຳ ອົດສະຕາລີ ຫວ່າງມໍ່ໆມານີ້.

leftcenterrightdel
ທ່ານ Andrew Goledzinowski, ອະດີດເອກອັກຄະລັດຖະທູດອົດສະຕາລີ ປະຈຳ ຫວຽດນາມ ຍາມໃດກໍ່ມານະພະຍາຍາມຊຸກຍູ້ການພົວພັນລະຫວ່າງ ອົດສະຕາລີ ແລະຫວຽດນາມ ໃນທຸກຂົງເຂດ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Andrew Goledzinowski ຖືວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແມ່ນເຫດການການເມືອງສຳຄັນພິເສດ. ອະນາຄົດຂອງຫວຽດນາມ ນອນຢູ່ການປ່ຽນແປງ ແລະຮັບມືກັບສະພາບການສາກົນທີ່ມີການຜັນແປທາງດ້ານເສດຖະກິດ, ການເມືອງ ແລະພູມສາດຍຸດທະສາດຢ່າງວ່ອງໄວ.

ທ່ານກໍ່ໃຫ້ຂໍ້ສັງເກດວ່າ ໃນຊຸມປີມໍ່ໆມານີ້, ຫວຽດນາມ ໄດ້ເປັນເຈົ້າການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫຼາຍຄູ່ຮ່ວມມື, ໃນນັ້ນມີ ສ. ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ, ຝຣັ່ງ, ມາເລເຊຍ, ອາເມລິກາ, ສິງກະໂປ, ອັງກິດ... ນີ້ແມ່ນຍຸດທະສາດທີ່ສະແດງໃຫ້ເຫັນວິໄສທັດໄລຍະຍາວຂອງ ຫວຽດນາມ ກ່ຽວກັບທີ່ຕັ້ງ ແລະອະນາຄົດຂອງການພັດທະນາໃນໂລກທີ່ມີການປ່ຽນແປງ.

ນີ້ກໍ່ເປັນສັນຍານທີ່ສະແດງໃຫ້ເຫັນອິດທິພົນຊື່ສຽງສາກົນນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ. ອີງຕາມຕາຕະລາງຈັດອັນດັບດັດຊະນີກໍາລັງແຮງອ່ອນຂອງບັນດາປະເທດທີ່ສະຖາບັນ Lowy (ອົດສະຕາລີ) ປະກາດໃນແຕ່ລະປີ, ໃນປີ 2025, ການຈັດອັນດັບກໍາລັງແຮງອ່ອນຂອງຫວຽດນາມ ເພີ່ມຂຶ້ນໄວກວ່າປະເທດອື່ນໆ, ເຊິ່ງສະແດງໃຫ້ເຫັນທີ່ຕັ້ງຂອງຫວຽດນາມ ໃນໂລກນັບມື້ນັບໄດ້ຮັບການປັບປຸງ.

ໂດຍ: ຈາງຫງວຽນ