ທ່ານ ບຸ່ຍແທັງເຊີນ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີຫວຽດນາມ ຕາງໜ້າການນຳພັກ, ລັດຖະບານຫວຽດນາມ ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ງານລ້ຽງ. ຝ່າຍກະຊວງປ້ອງກັນປະເທດຫວຽດນາມ ມີທ່ານພົນໂທ ຫງວຽນເຈື່ອງຖັ໊ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

leftcenterrightdel
ບັນດາຜູ້ແທນທີ່ງານລ້ຽງ. ພາບ: qdnd.vn

ກ່າວຄຳເຫັນທີ່ງານລ້ຽງ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ເນັ້ນໜັກເຖິງການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງທີ່ສອງພັກ, ສອງລັດ ແລະປະຊາຊົນສອງປະເທດໄດ້ສະຫງວນໃຫ້ກັນໃນໄລຍະ 76 ປີຜ່ານມາ; ຢືນຢັນວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນກັບ ຈີນ ແມ່ນເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າໃນແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບຂອງຫວຽດນາມ; ເຊື່ອໝັ້ນວ່າ, ການພົວພັນລະຫວ່າງ ຫວຽດນາມ-ຈີນ ຈະສືບຕໍ່ພັດທະນາຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ໝັ້ນຄົງ ແລະຍືນຍົງຍາວນານ, ເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອພາລະກິດສັນຕິພາບ ແລະຄວາມກ້າວໜ້າຂອງມວນມະນຸດ.

ສ່ວນທ່ານ He Wei ເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ ໄດ້ຕີລາຄາສູງບັນດາຜົນງານສຳຄັນທີ່ສອງພັກ, ສອງລັດ ບັນລຸໄດ້ນັບແຕ່ສ້າງຕັ້ງການພົວພັນທາງການທູດ; ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ຮ່ວມມື, ສາມັກຄີ, ຊຸກຍູ້ຢ່າງບໍ່ຢຸດຢັ້ງ, ປັບປຸງພື້ນຖານ ແລະຍົກສູງປະສິດທິຜົນຂອງການກໍ່ສ້າງປະຊາຄົມແບ່ງປັນ ອະນາຄົດ ຫວຽດນາມ-ຈີນ. ທ່ານເອກອັກຄະລັດຖະທູດ He Wei ກໍ່ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ,  ເປີດອອກສັງກາດບືນຕົວຂຶ້ນຂອງຊົນຊາດຫວຽດນາມ ແລະໄລຍະໃໝ່ອັນດີງາມຂອງການພົວພັນ ຫວຽດນາມ-ຈີນ.

ໂດຍ: ເຈິ່ນຮວ່ຽນ