ຕາງໜ້າການນຳພັກ, ລັດ, ທ່ານປະທານປະເທດ ເລືອງເກື່ອງ ອວຍພອນບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ; ຢືນຢັນວ່າ ນີ້ແມ່ນຄວາມຮັບຮູ້ ແລະຕີລາຄາສູງຄວາມມານະພະຍາຍາມ, ສູ້ຊົນຂອງບັນດາສະຫາຍໃນວິວັດການປະຕິບັດງານ, ພ້ອມທັງກໍ່ເປັນກຽດ, ຄວາມຮັບຜິດຊອບອັນສະຫງ່າລາສີທີ່ພັກ, ລັດ ແລະປະຊາຊົນມອບໝາຍໃຫ້.
    |
 |
|
ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນມອບໜ້າທີ່ໃຫ້ບັນດາເອກອັກຄະລັດຖະທູດ. ພາບ: qdnd.vn |
ມອບຂໍ້ຕົກລົງແຕ່ງຕັ້ງ ແລະມອບໜ້າທີ່ໃຫ້ບັນດາເອກອັກຄະລັດຖະທູດ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ຄວນຜັນຂະຫຍາຍການທູດຮັບໃຊ້ການພັດທະນາເສດຖະກິດເປັນຢ່າງດີ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຫັນເປົ້າໝາຍເຕີບໂຕ 2 ຕົວເລກໃນອາຍຸການຈະມາເຖິງໃຫ້ປະກົດຜົນເປັນຈິງ; ພ້ອມທັງ, ເອກອັກຄະລັດຖະທູດແຕ່ລະຄົນຄວນຂຸດຄົ້ນທ່າແຮງ, ຍາດແຍ່ງເອົາແຫຼ່ງກຳລັງໃຫ້ການພັດທະນາປະເທດ; ໃຫ້ບຸລິມະສິດຊຸກຍູ້ການຊອກຫາ ແລະການເຊື່ອມຕໍ່ຮ່ວມມືໃນຂົງເຂດຈຸດສຸມ, ຄື: ວິທະຍາສາດ-ເຕັກໂນໂລຢີ, ພື້ນຖານໂຄງລ່າງຍຸດທະສາດ, ຊັບພະຍາກອນມະນຸດທີ່ກ້າວໜ້າ...
ທ່ານປະທານປະເທດ ເລືອງເກື່ອງ ກໍ່ປາດຖະໜາວ່າ ດ້ວຍບົດບາດເປັນຜູ້ຕາງໜ້າຂອງຫວຽດນາມ ປະຈໍາ ຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າຫວຽດນາມ ຈະປະກອບສ່ວນແຜ່ຂະຫຍາຍ, ໂຄສະນາພາບພົດປະເທດຊາດ, ວັດທະນະທໍາ, ຊາວຫວຽດນາມ.
    |
 |
|
ທ່ານປະທານປະເທດ ເລືອງເກື່ອງ ແລະຜູ້ແທນພ້ອມກັບບັນດາເອກອັກຄະລັດຖະທູດ. ພາບ: qdnd.vn |
ກ່າວຄຳເຫັນຮັບໜ້າທີ່ທີ່ພິທີ, ຜູ້ຕາງໜ້າບັນດາເອກອັກຄະລັດຖະທູດ ຢືນຢັນຈະຊາບຊຶມຫຼັກການຕົ້ນຕໍຂອງການພົວພັນຕ່າງປະເທດຫວຽດນາມ, ຄື: ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ການຮ່ວມມື, ພັດທະນາ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນແຕ່ຫົວທີ, ແຕ່ໄກ; ຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ດຶງດູດແຫຼ່ງກຳລັງຈາກພາຍນອກ, ຊຸກຍູ້ການທູດເສດຖະກິດ, ການທູດວິທະຍາສາດ ແລະເຕັກໂນໂລຢີ; ຍົກສູງທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນ ແລະພາກພື້ນ.
ໂດຍ: ເຈິ່ນຮວ່ຽນ