ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຊົມເຊີຍບັນດາຜົນງານສໍາຄັນທີ່ກໍາປູເຈຍ ບັນລຸໄດ້ ແລະເຊື່ອໝັ້ນວ່າ ກໍາປູເຈຍ ຈະສືບຕໍ່ຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາຈະເລີ່ນຮຸ່ງເຮືອງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ປະຈຸບັນ, ໃນສະພາບການພາກພື້ນ ແລະໂລກມີການຜັນແປຫຼາຍຢ່າງ, ນໍ້າໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແມ່ນພື້ນຖານເພື່ອໃຫ້ສອງຊາດພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບ, ເສີມຂະຫຍາຍການກໍ່ສ້າງພື້ນຖານເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ຮ່ວມກັນສະໜິດຕິດພັນ ເພື່ອພັດທະນາແບບຍືນຍົງ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ທ່ານ ຟ້າມມິງຈິງ ສະເໜີ ຫວຽດນາມ ແລະກໍາປູເຈຍ ຕ້ອງຍູ້ແຮງການເຊື່ອມຕໍ່ໂຄງລ່າງ, ພັດທະນາໂຄງລ່າງການຄ້າຊາຍແດນ. ຫວຽດນາມ ປາດຖະໜາຢາກຍູ້ແຮງການຮ່ວມມືດ້ານການຄ້າກັບກໍາປູເຈຍ,... ພ້ອມທັງ ຊອກຫາບັນດາມາດຕະການນໍາວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ໂດລາສາຫະລັດ ຄື ເປົ້າໝາຍທີ່ໄດ້ວາງອອກ ໂດຍໄວ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ ກໍາປູເຈຍ ອໍານວຍຄວາມສະດວກກວ່າອີກເພື່ອໃຫ້ວິສາຫະກໍາຫວຽດນາມ ລົງທຶນ, ດໍາເນີນທຸລະກິດຢູ່ກໍາປູເຈຍ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: chinhphu.vn

ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານນາງ Chea Kimtha ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະເຊື່ອມຕໍ່ການພົບປະແລກປ່ຽນປະຊາຊົນສອງປະເທດ, ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ເຖິງວ່າຢູ່ຕໍາແໜ່ງໃດກໍ່ໍຕາມ ທ່ານນາງ Chea Kimtha ກໍ່ຈະປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນສອງປະເທດ.

ສ່ວນທ່ານນາງ Chea Kimtha ສະແດງຄວາມຂອບໃຈຕໍ່ລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍາມໃດກໍ່ໄດ້ເອົາໃຈໃສ່, ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ຮ່ວມມືຢ່າງແໜ້ນແຟ້ນກັບຝ່າຍກໍາປູເຈຍ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານນາງ ປະຕິບັດສໍາເລັດໜ້າທີ່ການທູດ ຢູ່ຫວຽດນາມ.

ທ່ານນາງເອກອັກຄະລັດຖະທູດ ຂອບໃຈພັກ, ລັດ, ພິເສດແມ່ນທະຫານອາສາສະໝັກຫວຽດນາມ ໄດ້ສົມທົບກັບທະຫານ ແລະປະຊາຊົນກໍາປູເຈຍ ໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot.

ທ່ານ ຟ້າມມິງຈິງ ແລະທ່ານນາງ Chea Kimtha ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນຫວຽດນາມ-ກໍາປູເຈຍ ສືບຕໍ່ພັດທະນາອັນດີງາມທີ່ສຸດໃນທຸກຂົງເຂດ. ທ່ານ ຟ້າມມິງຈິງ ສອງຝ່າຍສືບຕໍ່ສົມທົບກັນໃນວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ ແລະຄຸ້ມຄອງຊາຍແດນດິນຕໍ່ແຜນ;...

ໂດຍ: ໄຊນີດາ