ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທູດກຳປູເຈຍ ເຂົ້າຢ້ຽມອໍາລາ
ກປ.ອອນໄລ - ຕອນບ່າຍວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານນາງ Chea Kimtha, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ ປະຈໍາຫວຽດນາມ ໃນໂອກາດສໍາເລັດໜ້າທີ່ການທູດ ຢູ່ ສສ ຫວຽດນາມ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບທ່ານນາງ Chea Kimtha ເອກອັກຄະລັດຖະທູດກຳປູເຈຍ ປະຈໍາຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງອາລົມຈິດຄວາມຮັກແພງ ແລະການປະກອບສ່ວນທີ່ຕັ້ງໜ້າຂອງທ່ານນາງ Chea Kimtha ແລະສະຖານທູດກຳປູເຈຍ ປະຈໍາຫວຽດນາມ ໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການຂອງພັກ, ລັດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ການເຊື່ອມຕໍ່ການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ.
ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າ ຫວຽດນາມ ແລະກຳປູເຈຍ ລ້ວນແຕ່ມີເປົ້າໝາຍທີ່ຄ້າຍຄືກັນກ່ຽວກັບການພັດທະນາ; ພ້ອມທັງສະເໜີສອງປະເທດ ຄວນຍູ້ໄວການເຊື່ອມຈອດດ້ານພື້ນຖານໂຄງລ່າງ, ພັດທະນາໂຄງລ່າງການຄ້າຊາຍແດນ; ນໍາວົງເງິນການຄ້າສອງຝ່າຍໃຫ້ບັນລຸລະດັບ 20 ຕື້ USD ຄືເປົ້າໝາຍ ທີ່ໄດ້ວາງອອກ. ນອກຈາກນັ້ນ, ສອງປະເທດຄວນສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ; ປັບປຸງການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະກອບສ່ວນຮັກສາສັນຕິພາບ ແລະ ສະຖຽນລະພາບຂອງສອງປະເທດ ແລະ ພາກພື້ນ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານນາງ Chea Kimtha ໄດ້ຂອບໃຈທ່ານເລຂາທິການໃຫຍ່ ໂຕເລິມ ທີ່ຍາມໃດກໍ່ເອົາໃຈໃສ່, ຊີ້ນຳບັນດາອົງການຂອງຫວຽດນາມ ໃນການຮ່ວມມືຢ່າງແໜ້ນແຟ້ນກັບຝ່າຍກຳປູເຈຍ, ແລະສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານນາງ ປະຕິບັດສໍາເລັດໜ້າທີ່ການທູດຂອງຕົນ ຢູ່ຫວຽດນາມ. ທ່ານນາງເອກອັກຄະລັດຖະທູດ ຕີລາຄາສູງແຜນນະໂຍບາຍປະຕິຮູບ, ສັບຊ້ອນກົງຈັກການຈັດຕັ້ງຂອງຫວຽດນາມ ໃຫ້ກະທັດຮັດ, ພ້ອມທັງເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ ແລະ ຫວຽດນາມ ຈະປະຕິບັດສອງເປົ້າໝາຍ 100 ປີ ສຳເລັດຜົນ.
ໂດຍ: ທູຈາງ