ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາຫວຽດນາມ
ກປ.ອອນໄລ - ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ໂດຍໄດ້ຮັບການມອບສິດຈາກທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ, ທ່ານ ເລຮ່ວາຍຈູງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Marc Evans Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາຫວຽດນາມ.
ພາຍຫຼັງພິທີປະດັບຫຼຽນໄຊ, ທ່ານ ເລຮ່ວາຍຈູງ ໄດ້ໃຫ້ການຕ້ອນຮັບທ່ານ Marc Knapper ເນື່ອງໃນໂອກາດທີ່ທ່ານສໍາເລັດໜ້າທີ່ການທູດ ຢູ່ ສສ ຫວຽດນາມ ແລະກະກຽມເດີນທາງກັບຄືນປະເທດ.
ທີ່ການຕ້ອນຮັບ, ທ່ານ ເລຮ່ວາຍຈູງ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ Marc Knapper ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສສ ຫວຽດນາມ; ຕີລາຄາສູງການປະກອບສ່ວນອັນສຳຄັນຂອງທ່ານທູດ ໃນການຊຸກຍູ້ການພົວພັນ ຫວຽດນາມ - ອາເມລິກາ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ ແລະແທດຈິງໃນຫຼາຍຂົງເຂດ, ພິເສດແມ່ນເລື່ອງສອງປະເທດຍົກລະດັບການພົວພັນ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນກັນຍາ ປີ 2023.
    |
 |
|
ໂດຍໄດ້ຮັບການມອບສິດຈາກທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ເລຮ່ວາຍຈູງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Marc Evans Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາຫວຽດນາມ. ພາບ: mofa.gov.vn |
ທ່ານ ເລຮ່ວາຍຈູງ ໄດ້ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສະຖານທູດອາເມລິກາ ປະຈໍາຫວຽດນາມ ແລະກະຊວງການຕ່າງປະເທດຫວຽດນາມ ໃນການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະໂຄງການຮ່ວມມືລະອຽດ, ນໍາມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ; ພ້ອມທັງສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ຜັນຂະຫຍາຍບັນດາໂຄງການດໍາເນີນງານ ທີ່ການນຳຂັ້ນສູງສອງປະເທດໄດ້ເຫັນດີເປັນເອກະພາບໃຫ້ມີປະສິດທິຜົນ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ Marc Knapper ຢືນຢັນຄວາມເອກອ້າງທະນົງໃຈເມື່ອມີການປະກອບສ່ວນເຂົ້າໃນການພັດທະນາຢ່າງແຂງແຮງຂອງການພົວພັນລະຫວ່າງສອງປະເທດ, ພິເສດແມ່ນການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຜ່ານນັ້ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຄ້າ, ຍົກສູງປະສິດທິຜົນການຮ່ວມມືໃນຫຼາຍຂົງເຂດ ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໜູນຊ່ວຍມະນຸດສະທຳ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ພະລັງງານ, ວິທະຍາສາດ-ເຕັກໂນໂລຊີ. ທ່ານ Marc Knapper ຢືນຢັນຄືນໃໝ່ວ່າ, ບໍ່ວ່າຈະດຳລົງຕຳແໜ່ງໃດໃນອະນາຄົດ, ທ່ານເອງ ຍາມໃດກໍ່ຈະເປັນເພື່ອນມິດຂອງຫວຽດນາມ, ສືບຕໍ່ສະໜັບສະໜູນ ແລະຮ່ວມເດີນທາງພ້ອມກັບການພັດທະນາຂອງການພົວພັນ ຫວຽດນາມ-ອາເມລິກາ.
ໂດຍ: ທູຈາງ