ກ່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານ ຟ້າມມິງຈິ໊ງ ໄດ້ຍ້ອງຍໍຊົມເຊີຍກະຊວງປ້ອງກັນປະເທດ ແລະບັນດາອົງການທີ່ກ່ຽວຂ້ອງ ໄດ້ກະກຽມເນື້ອໃນ, ວາລະກອງປະຊຸມສະຫຼຸບເປັນຢ່າງດີ; ບົດລາຍງານ, ປະກອບຄຳເຫັນທີ່ສະແດງໃຫ້ເຫັນເຖິງຄວາມສຸດອົກສຸດໃຈ, ເລິກເຊິ່ງ, ເຮັດໃຫ້ບັນດາໝາກຜົນບັນລຸໄດ້ຈະແຈ້ງກວ່າ; ຊີ້ແຈ້ງຂໍ້ຄົງຄ້າງ, ຂໍ້ຈຳກັດ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ແລະເຫດຜົນ; ຮັບຮູ້ສະພາບການ, ກາລະໂອກາດ, ສິ່ງທ້າທາຍ, ສະເໜີການກໍານົດທິດໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ  ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຕວນຮຸຍ

ເນື່ອງໃນໂອກາດນີ້, ທ່ານ ຟ້າມມິງຈິ໊ງ ໄດ້ຂອບໃຈລັດຖະບານຂອງບັນດາປະເທດ, ອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ຮ່ວມເດີນທາງກັບຫວຽດນາມ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ.

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງປ້ອງກັນປະເທດ ເປັນປະທານ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອເຮັດສໍາເລັດ, ສະເໜີໂຄງການກະທໍາ ໄລຍະ 2026-2045 ເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີໂດຍໄວ; ຮີບຮ້ອນປະຕິບັດແຜນຮ່າງຍົກສູງຂີດຄວາມສາມາດເກັບກູ້ລະເບີດບໍ່ທັນແຕກ ຮອດປີ 2030 ແລະຊຸມປີຕໍ່ໄປ; ເພີ່ມທະວີການຄົ້ນຄວ້າ, ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ເຂົ້າໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ; ຜັນຂະຫຍາຍການລະດົມ, ຈັດຕັ້ງການຮັບແຫຼ່ງອຸປະຖຳ, ຮັບປະກັນເປົ້າໝາຍ, ຄວາມຄືບໜ້າຂອງການປະຕິບັດໂຄງການກະທໍາ ໄລຍະ 2026-2045.

ໂດຍ: ຈາງຫງວຽນ