* ຕ້ອນຮັບທ່ານນາງ ເອກອັກຄະລັດຖະທູດກຳປູເຈຍ Chea Kimtha, ທ່ານ ເຈິ່ນແທັງເໝິນ ຊົມເຊີຍບັນດາຜົນງານສໍາຄັນ ເຊິ່ງ ກໍາປູເຈຍ ບັນລຸໄດ້ໃນໄລຍະຜ່ານມາ, ປະກອບສ່ວນຍົກສູງທີ່ຕັ້ງຂອງກຳປູເຈຍ ຢູ່ພາກພື້ນ ແລະໃນໂລກ, ພ້ອມທັງຊົມເຊີຍທ່ານນາງ Chea Kimtha ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສສ ຫວຽດນາມ, ປະກອບສ່ວນເຂົ້າໃນການພັດທະນາຮອບດ້ານຂອງການພົວພັນມິດຕະພາບ ຫວຽດນາມ-ກຳປູເຈຍ. ທ່ານປະທານສະພາແຫ່ງຊາດ ຕີລາຄາສູງການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາສູງກໍາປູເຈຍ, ສະພາແຫ່ງຊາດກໍາປູເຈຍ ໃນໄລຍະຜ່ານມາ ນັບທັງສອງຝ່າຍ ແລະຫຼາຍຝ່າຍ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານນາງ Chea Kimtha ເອກອັກຄະລັດຖະທູດກຳປູເຈຍ ປະຈໍາ ຫວຽດນາມ. ພາບ: qdnd.vn |
ສ່ວນທ່ານນາງ Chea Kimtha ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຢ່າງແຂງແຮງຂອງການພົວພັນສອງປະເທດບົນຈິດໃຈບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ; ພິເສດ, ການຢ້ຽມຢາມຂັ້ນສູງລະຫວ່າງການນຳສອງປະເທດ ໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ. ທ່ານນາງ ເອກອັກຄະລັດຖະທູດ ເນັ້ນໜັກວ່າ ການພົວພັນ ຫວຽດນາມ-ກໍາປູເຈຍ ມີຄຸນຄ່າພິເສດ, ການຮ່ວມມື ແລະຊ່ວຍເຫຼືອເຊິ່ງກັນ ແລະກັນສວມບົດບາດສຳຄັນໃນການພັດທະນາຢ່າງໝັ້ນຄົງ ແລະວັດທະນາຖາວອນຂອງສອງປະເທດ.
ທ່ານ ເຈິ່ນແທັງເໝິນ ແລະທ່ານນາງ Chea Kimtha ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຮ່ວມມືດ້ານເສດຖະກິດສືບຕໍ່ແມ່ນຈຸດພົ້ນເດັ່ນ ດ້ວຍວົງເງິນການຄ້າສອງຝ່າຍປີ 2025 ບັນລຸກວ່າ 11 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເກືອບ 12% ເມື່ອທຽບໃສ່ປີ 2024; ເຫັນດີຖືວ່າ ຄວາມສາມາດບົ່ມຊ້ອນດ້ານເສດຖະກິດລະຫວ່າງສອງປະເທດຍັງໃຫຍ່ຫຼວງ, ຄວນສືບຕໍ່ຍູ້ແຮງການຮ່ວມມືຢ່າງແທດຈິງ ແລະມີປະສິດທິຜົນກວ່າອີກ, ສູ້ຊົນນໍາວົງເງິນການຄ້າສອງປະເທດບັນລຸເປົ້າໝາຍ 20 ຕື້ໂດລາສະຫະລັດ ໂດຍໄວ ຄືການນຳສອງປະເທດທີ່ໄດ້ວາງອອກ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາຫວຽດນາມ. ພາບ: qdnd.vn |
* ຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ Marc Knapper, ທ່ານ ເຈິ່ນແທັງເໝິນ ຊົມເຊີຍທ່ານເອກອັກຄະລັດຖະທູດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສສ ຫວຽດນາມ; ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າ ແລະມີປະສິດທິຜົນຂອງທ່ານ Marc Knapper ໃນການຊຸກຍູ້ການພົວພັນ ຫວຽດນາມ-ອາເມລິກາ ພັດທະນາຢ່າງແຂງແຮງ, ແທດຈິງ ແລະຮອບດ້ານໃນຫຼາຍຂົງເຂດ, ສ້າງຂີດໝາຍດ້ວຍເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023; ແລະຮັບຮູ້ຄວາມມານະພະຍາຍາມຂອງທ່ານເອກອັກຄະລັດຖະທູດ ໃນການເຮັດໃຫ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດເລິກເຊິ່ງກວ່າອີກ...
ທ່ານ ເຈິ່ນແທັງເໝິນ ເຫັນດີຕໍ່ຂໍ້ສະເໜີຂອງທ່ານ Marc Knapper ກ່ຽວກັບການສືບຕໍ່ເພີ່ມທະວີການແລກປ່ຽນຄະນະການນຳສະພາແຫ່ງຊາດ, ບັນດາຄະນະກໍາມາທິການສະເພາະກິດ ແລະສະມາຊິກສະພາແຫ່ງຊາດສອງປະເທດ; ຊຸກຍູ້ການຮ່ວມມືໃນຂົງເຂດບຸລິມະສິດ, ຄື: ການຫັນເປັນດີຈີຕອນ, ນະວັດຕະກໍາ, ວິທະຍາສາດ-ເຕັກໂນໂລຊີ, ພະລັງງານສະອາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ-ບຳລຸງສ້າງ, ສາທາລະນະສຸກ; ພ້ອມທັງສືບຕໍ່ຜັນຂະຫຍາຍໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະໜູນຊ່ວຍຄົນພິການ.
ທ່ານ Marc Knapper ສະແດງຄວາມເປັນກຽດທີ່ມາປະຕິບັດໜ້າທີ່ການທູດ ຢູ່ ສສ ຫວຽດນາມ ໃນໄລຍະການພົວພັນສອງປະເທດ ມີບາດກ້າວພັດທະນາຢ່າງແຂງແຮງ. ທ່ານເອກອັກຄະລັດຖະທູດ ຕີລາຄາສູງບັນດາຜົນງານອັນພົ້ນເດັ່ນໃນການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃນໄລຍະຜ່ານມາ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍການສະໜັບສະໜູນ ແລະການປະກອບສ່ວນຂອງອົງການນິຕິບັນຍັດສອງປະເທດ, ການຮ່ວມມືລະຫວ່າງ ຫວຽດນາມ-ອາເມລິກາ ໃນບັນດາຂົງເຂດຄື: ການຄ້າ, ການລົງທຶນ, ພະລັງງານ, ວິທະຍາສາດ-ເຕັກໂນໂລຢີ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການສຶກສາ-ບຳລຸງສ້າງ, ການພົບປະແລກປ່ຽນປະຊາຊົນ, ພ້ອມກັບການພົວພັນລະຫວ່າງສອງສະພາແຫ່ງຊາດ, ຈະສືບຕໍ່ພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງ.
    |
 |
|
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Meynardo L.B.Montealegre ເອກອັກຄະລັດຖະທູດຟີລິບປິນ ປະຈໍາ ຫວຽດນາມ. ພາບ: qdnd.vn |
*ຕ້ອນຮັບທ່ານເອກອັກຄະລັດຖະທູດຟີລິບປິນ Meynardo L.B.Montealegre, ທ່ານ ເຈິ່ນແທັງເໝິນ ຕີລາຄາສູງບົດບາດຂອງທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະຟີລິບປິນ. ພ້ອມທັງເນັ້ນໜັກວ່າ: ປີ 2026 ແມ່ນປີສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະຟີລິບປິນ ຄົບຮອບ 50 ປີ, ພ້ອມທັງເຊື່ອໝັ້ນວ່າ ສອງປະເທດຈະຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເພື່ອສະເຫຼີມສະຫຼອງຂີດໝາຍສຳຄັນນີ້, ໃນນັ້ນມີການຢ້ຽມຢາມຂັ້ນສູງ. ທ່ານປະທານສະພາແຫ່ງຊາດ ກໍ່ໄດ້ສະເໜີສອງປະເທດສືບຕໍ່ຜັນຂະຫຍາຍບັນດາມາດຕະການແນໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ນໍາວົງເງິນການຄ້າສອງສົ້ນໃຫ້ບັນລຸ 10 ຕື້ໂດລາສະຫະລັດໂດຍໄວ ຄືໄດ້ວາງອອກ.
ສ່ວນທ່ານ Meynardo L.B.Montealegre ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນ, ຄວາມເອົາໃຈໃສ່ຂອງການນຳພັກ, ລັດ, ບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນຫວຽດນາມ ໃນຕະຫຼອດອາຍຸການ. ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງການຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດໃນໄລຍະຜ່ານມາ, ເຫັນດີວ່າສອງປະເທດຄວນສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການພົບປະແລກປ່ຽນປະຊາຊົນ, ສູ້ຊົນວົງເງິນການຄ້າສອງຝ່າຍໃຫ້ໄດ້ 10 ຕື້ໂດລາສະຫະລັດໂດຍໄວ.
ໂດຍ: ເຈິ່ນຮວ່ຽນ