ຊຸກຍູ້ການເຊື່ອມຕໍ່ລະຫວ່າງສູນການເງິນສາກົນສອງປະເທດ ຫວຽດນາມ-ສິງກະໂປ
ກປ.ອອນໄລ - ວັນທີ 13 ມັງກອນ, ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ສິງກະໂປ, ທ່ານ ຫງວຽນຮວ່າບິ່ງ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ໄດ້ພົບປະກັບທ່ານ ຫຼີຊຽນຫຼົງ ລັດຖະມົນຕີຂັ້ນສູງສິງກະໂປ.
ທີ່ການພົບປະ, ທ່ານ ຫງວຽນຮວ່າບິ່ງ ໄດ້ຂອບໃຈ ແລະຕີລາຄາສູງບັນດາການປະກອບສ່ວນທີ່ມີຄວາມໝາຍ ແລະສໍາຄັນຍິ່ງໃນຫຼາຍປີຂອງທ່ານ Lee Kuan Yew ອະດີດນາຍົກລັດຖະມົນຕີ ກ່ອນນີ້ ແລະທ່ານລັດຖະມົນຕີຂັ້ນສູງ ຫຼີຊຽນຫຼົງ ສໍາລັບເລື່ອງຊຸກຍູ້, ເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງຂຶ້ນຕື່ມ ກໍ່ຄືການພັດທະນາເສດຖະກິດຂອງຫວຽດນາມ ໃນຫຼາຍທົດສະວັດຜ່ານມາ, ໃນນັ້ນ, ມີການພັດທະນາຢ່າງແຂງແຮງຂອງເຄືອຂ່າຍເຂດອຸດສາຫະກໍາຫວຽດນາມ- ສິງກະໂປ (VSIP).
    |
 |
|
ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ພົບປະກັບທ່ານ ຫຼີຊຽນຫຼົງ ລັດຖະມົນຕີຂັ້ນສູງສິງກະໂປ. ພາບ: MDDI (ສິງກະໂປ) |
ທ່ານ ຫຼີຊຽນຫຼົງ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ແທດຈິງໃນການພົວພັນສອງປະເທດໃນໄລຍະຜ່ານມາ, ພິເສດແມ່ນການພັດທະນາຂອງ 21 VSIP ຢູ່ 14 ແຂວງ, ນະຄອນ ແລະຄວາມຫວັງຂອງການນໍາຂັ້ນສູງສອງຝ່າຍກ່ຽວກັບການມຸ່ງໄປເຖິງການບັນລຸ 30 VSIP ໃນປີ 2030.
ກ່ຽວຂ້ອງເຖິງຂົງເຂດການຮ່ວມມືດ້ານການເງິນ, ທ່ານ ຫຼີຊຽນຫຼົງ ອວຍພອນຫວຽດນາມ ຫາກໍ່ສ້າງຕັ້ງສູນການເງິນສາກົນ, ສະແດງໃຫ້ເຫັນວິໄສທັດ ແລະຄວາມຕັດສິນໃຈພັດທະນາຂອງຫວຽດນາມ ໃນໄລຍະໃໝ່.
ທ່ານ ຫຼີຊຽນຫຼົງ ໄດ້ແບ່ງປັນບົດຮຽນຂອງສິງກະໂປ ໃນເລື່ອງພັດທະນາສູນການເງິນສາກົນ ກໍ່ຄືຄໍາກ່າວເຕື່ອນຍຸດທະສາດຕໍ່ກັບ ຫວຽດນາມ ໃນການພັດທະນາ ແລະການເຄື່ອນໄຫວສູນການເງິນສາກົນ; ຢັ້ງຢືນວ່າ ລັດຖະບານສິງກະໂປ ພ້ອມທີ່ຈະແລກປ່ຽນ, ໜູນຊ່ວຍຫວຽດນາມ ແລະຊຸກຍູ້ການເຊື່ອມຕໍ່ລະຫວ່າງສູນການເງິນສາກົນສິງກະໂປ ແລະຫວຽດນາມ.
ທ່ານ ຫງວຽນຮວ່າບິ່ງ ຫວັງວ່າ ທ່ານ ຫຼີຊຽນຫຼົງ ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນຊຸກຍູ້ການພົວພັນສອງປະເທດພັດທະນາຢ່າງແຮງ, ແທດຈິງ, ມີປະສິດທິຜົນກວ່າອີກ ກໍ່ຄືໜູນຊ່ວຍການໃຫ້ຄໍາປຶກສາ, ແບ່ງປັນບົດຮຽນກ່ຽວກັບການພັດທະນາສູນການເງິນ, ຊຸກຍູ້ການຮ່ວມມື, ເຊື່ອມຕໍ່ລະຫວ່າງສູນການເງິນສາກົນສອງປະເທດ.
ໂດຍ: ໄຊນີດາ