leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່່ານປະທານປະເທດ ເລືອງເກື່ອງ ຊົມເຊີຍ ທ່ານ Marc Knapper ທີ່ໄດ້ສໍາເລັດໜ້າທີ່ການທູດຢູ່ ສສ ຫວຽດນາມ ດ້ວຍຫຼາຍຜົນງານທີ່ພົ້ນເດັ່ນ. ທ່່ານປະທານປະເທດ ໄດ້ຫວນຄືນບາງເຫດການທີ່ພົ້ນເດັ່ນໃນການພົວພັນຫວຽດນາມ-ອາເມລິກາ ໃນໄລຍະທີ່ທ່ານເອກອັກຄະລັດຖະທູດ Marc Knapper ປະຕິບັດງານຢູ່ຫວຽດນາມ, ໃນນັ້ນມີເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ-ລະດັບຮ່ວມມືສູງສຸດ ໃນນະໂຍບາຍການພົວພັນຕ່າງປະເທດຂອງຫວຽດນາມ; ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດ ປະກອບສ່ວນນໍາການພົວພັນສືບຕໍ່ພັດທະນາຢ່າງມີປະສິດທິຜົນ, ຍືນຍົງ, ເຂົ້າສູ່ລວງເລິກບົນພື້ນຖານເຄົາລົບເອກະລາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບົບການເມືອງຂອງກັນ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ. ພາບ: qdnd.vn

ທ່່ານປະທານປະເທດ ໄດ້ສົ່ງຄໍາຂອບໃຈມາຍັງລັດຖະບານ ແລະສະຖານທູດອາເມລິກາ ທີ່ໄດ້ໜູນຊ່ວຍເງິນກວ່າ 2 ລ້ານໂດລາສະຫະລັດ ໃຫ້ບັນດາທ້ອງຖິ່ນຂອງຫວຽດນາມ ຖືກເສຍຫາຍຍ້ອນໄພທໍາມະຊາດໃນປີຜ່ານມາ. ທ່່ານ ເລືອງເກື່ອງ ຢືນຢັນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍໃນການປະຕິບັດແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະຫຼາຍຮູບຫຼາຍແບບ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ,  ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນກັບອາເມລິກາ, ປາດຖະໜາຢາກສືບຕໍ່ເປີດກວ້າງການພົວພັນຕາມທິດນັບມື້ນັບແທດຈິງ, ເຂົ້າສູ່ລວງເລິກໃນບັນດາຂົງເຂດ, ຈາກການເມືອງ-ການທູດ, ເສດຖະກິດ-ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ ຕະຫຼອດຮອດການພົບປະແລກປ່ຽນປະຊາຊົນ, ວິທະຍາສາດ-ເຕັກໂນໂລຢີ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ... ໃຫ້ສົມຄູ່ກັບຄວາມສາມາດບົ່ມຊ້ອນ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຜົນປະໂຫຍດຂອງປະຊາຊົນສອງປະເທດ.

ສ່ວນທ່ານ Marc Knapper ເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອາເມລິກາ ຈະເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ສືບຕໍ່ເປັນແບບຢ່າງໃນການພົວພັນສາກົນກ່ຽວກັບການໄກ່ເກ່ຍ, ປະອະດີດຕະການໄວ້, ມຸ່ງໄປເຖິງອະນາຄົດ. ທ່ານ Marc Knapper ຢືນຢືນວ່າ ເຖິງວ່າໃນຖານະຕໍາແໜ່ງໃດ, ທ່ານກໍຈະສືບຕໍ່ເປັນເພື່ອນ ແລະປະກອບສ່ວນໃຫ້ແກ່ການພົວພັນສອງປະເທດພັດທະນາຢ່າງເລິກເຊິ່ງກວ້າງຂວາງນັບທັງສອງຝ່າຍ, ພາກພື້ນ ແລະສາກົນ.

ໂດຍ: ເຈິ່ນຮວ່ຽນ