ສານອວຍພອນ ສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ຄົບຮອບ 76 ປີ (18-1-1950 / 18-1-2026), ໃນນາມຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານ ນາງ ບຸ່ຍທິມິງຮວ່າຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງສານອວຍພອນ ມາຍັງ ທ່ານ ວາງ ຮູ້ ນິງ ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ.
ເນື້ອໃນສານອວຍພອນ ໄດ້ຂຽນວ່າ:
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ຈີນ ຄົບຮອບ 76 ປີ (18-1-1950 / 18-1-2026), ໃນນາມຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດ ແລະອາລົມຈິດມິດຕະພາບຢ່າງຈິງໃຈທີ່ສຸດ ມາຍັງທ່ານປະທານ ວາງ ຮູ້ ນິງ ແລະບັນດາສະຫາຍໃນສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ທຸກຖ້ວນໜ້າ.
ຂ້າພະເຈົ້າ ມີຄວາມປິຕິຍິນດີເມື່ອເຫັນວ່າ ໃນ 76 ປີຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານ ຫວຽດນາມ-ຈີນ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນຊັບສົມບັດອັນລໍ້າຄ່າໂດຍການນໍາຮຸ່ນຕ່າງໆ ແລະປະຊາຊົນສອງປະເທດໄດ້ອອກແຮງເພີ່ມພູນຄູນສ້າງ.
    |
 |
|
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ ວາງ ຮູ້ ນິງ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດ ຈີນ. ພາບ: ເອກະສານ. |
ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ແລະພັກກອມມູນິດຈີນ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ຫວຽດນາມ-ຈີນ ສືບຕໍ່ບັນລຸໄດ້ບັນດາຜົນງານສໍາຄັນຫຼາຍຢ່າງ, ນໍາເອົາຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ, ປະກອບສ່ວນຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.
ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕີລາຄາສູງບົດບາດ ແລະການປະກອບສ່ວນສໍາຄັນຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ໃນການຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືມິດຕະພາບລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ປັບປຸງພື້ນຖານສັງຄົມໃຫ້ແກ່ການພັດທະນາແບບຍືນຍົງຂອງການພົວພັນ ຫວຽດນາມ-ຈີນ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ບົນພື້ນຖານທິດນໍາ “ບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ, ມຸ່ງໄປເຖິງອະນາຄົດ” ແລະຈິດໃຈ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ”, ການພົວພັນຮ່ວມມືມິດຕະພາບລະຫວ່າງສອງອົງການພວກເຮົາ ຈະສືບຕໍ່ໄດ້ຮັບການເພີ່ມທະວີໃນໄລຈະມາເຖິງ, ປະກອບສ່ວນແທດຈິງເຂົ້າໃນການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ເລິກເຊິ່ງຂຶ້ນຕື່ມ.
ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານປະທານ ວາງ ຮູ້ ນິງ ຈົ່ງມີສຸຂະພາບແຂງແຮງ, ມີພາລາໄມສົມບູນ, ມີຄວາມຜາສຸກ ແລະປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງສະຫາຍ; ອວຍພອນໃຫ້ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ນັບມື້ນັບພັດທະນາ; ອວຍພອນໃຫ້ນໍ້າໃຈມິດຕະພາບ ຫວຽດນາມ-ຈີນ ຈົ່ງຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ໂດຍ: ໄຊຊະນະ