ຫວຽດນາມແມ່ນຂົວເຊື່ອມຕໍ່ທີ່ສຳຄັນ

ຕາມທ່ານ Niu Kai Jun ແລ້ວ, ຈີນ ແລະຫວຽດນາມ ມີຫຼາຍຈຸດຄ້າຍຄືກັນ ແລະຮ່ວມສຳພັນກັນດ້ານວັດທະນະທໍາ. ໃນຈໍານວນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ຄົນຈີນ ສາມາດພົບປະສື່ສານ ແລະເຂົ້າໃຈກວ່າໝູ່ແມ່ນຄົນຫວຽດນາມ ແລະສິງກະໂປ.

ທ່ານ Niu Kai Jun ໃຫ້ຮູ້ຕື່ມອີກວ່າ “ເບິ່ງຈາກແງ່ມູມນີ້, ຖ້າຫາກຈີນ ຢາກພົບປະແລກປ່ຽນ ແລະຮ່ວມມືກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ນັ້ນຢ່າງເລິກເຊິ່ງກວ້າງຂວາງ,  ຫວຽດນາມ ແລະສິງກະໂປ ຈະແມ່ນຂົວເຊື່ອມຕໍ່ສໍາຄັນທີ່ສຸດ, ທັງດ້ານເສດຖະກິດ, ວັດທະນະທໍາ, ການສຶກສາ ແລະການພົບປະແລກປ່ຽນປະຊາຊົນ”, ໃນສະພາບການຄືປະຈຸບັນ, ສາມາດເຫັນໄດ້ວ່າ ນັກສຶກສາຈີນ ໄປຮຽນຢູ່ຫວຽດນາມ, ສໍາຫຼວດຫຼາຍຄົນ ແລະກໍ່ມີນັກຮຽນຫວຽດນາມ ພວກຮໍ່າຮຽນຢູ່ຈີນ ຫຼາຍຄົນ.

leftcenterrightdel
ທ່ານ Niu Kai Jun ຫົວໜ້າສະຖາບັນການພົວພັນສາກົນ, ມະຫາວິທະຍາໄລຍະ Zhongshan (ຈີນ). ພາບ: ຫວຽດລິງ

ຕາມຕົວເລກສະຖິຕິຂອງຫວຽດນາມ, ໃນປີ 2025, ມີນັກຮຽນຫວຽດນາມ ປະມານ 23.000 ຄົນທີ່ພວມຮໍ່າຮຽນຢູ່ຈີນ. ໃນຂະນະນັ້ນ, ນັກຮຽນຈີນ ກຳລັງຮຽນຢູ່ຫວຽດນາມ ປະມານ 2.000-3.000 ຄົນ.

ພ້ອມກັນນັ້ນ, ການພົບປະແລກປ່ຽນວິຊາການສຶກສາລະຫວ່າງບັນດານັກຊ່ຽວຊານ, ນັກຮຽນຮູ້ສອງປະເທດກໍ່ມີຫຼາຍ ແລະຈໍານວນຄົນຈີນ ພວມທໍາມາຫາກິນ, ດໍາເນີນທຸລະກິດຢູ່ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ຂອງຫວຽດນາມ ກໍ່ມີຫຼາຍທີ່ສຸດ.

ທ່ານ Niu Kai Jun ຊີ້ແຈ້ງວ່າ “ຂ້າພະເຈົ້າຖືວ່າ, ນີ້ລ້ວນແຕ່ແມ່ນຂົວຕໍ່ສໍາຄັນຊ່ວຍໃຫ້ສອງປະເທດຈີນ-ຫວຽດນາມ ເຂົ້າໃຈກັນກວ່າ”. ໃຫ້ຂໍ້ສັງເກດກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ທ່ານ Niu Kai Jun ຫວັງວ່າໃນອະນາຄົດ, ຫວຽດນາມ ຈະສືບຕໍ່ສວມບົດບາດເປັນຂົວເຊື່ອມຕໍ່ຢ່າງຕັ້ງໜ້າໃນການເພີ່ມທະວີການຮ່ວມມືດ້ານເສດຖະກິດກໍ່ຄືການຍູ້ແຮງການພົບປະແລກປ່ຽນມະນຸດສະທໍາລະຫວ່າງສອງປະເທດຈີນ-ຫວຽດນາມ ເວົ້າສະເພາະ ແລະຈີນ-ອາຊຽນ ເວົ້າລວມ.

ທ່ານ Niu Kai Jun ຢັ້ງຢືນວ່າ ສອງຝ່າຍສາມາດຊຸກຍູ້ການຮ່ວມມືດ້ານເສດຖະກິດ. ໜຶ່ງໃນບັນດາແງ່ມູມຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນແມ່ນຂົງເຂດ robot  ແລະພະລັງງານໃໝ່. ນີ້ຖືວ່າແມ່ນທ່າແຮງຂອງຈີນ ໃນປະຈຸບັນ”.

ນອກຈາກນັ້ນ, ສອງຝ່າຍສາມາດຊຸກຍູ້ການພົບປະແລກປ່ຽນວັດທະນະທໍາ ແລະພົບປະແລກປ່ຽນປະຊາຊົນ. ຕາມທ່ານ Niu Kai Jun ແລ້ວ, ທັງວັດທະນະທໍາ ແລະເສດຖະກິດລ້ວນແຕ່ມີຄວາມສາມາດບົ່ມຊ້ອນຫຼາຍ ເພື່ອໃຫ້ສອງຝ່າຍແລກປ່ຽນ, ພົບປະແລກປ່ຽນ ແລະຮໍ່າຮຽນເຊິ່ງກັນ ແລະກັນ.

ເພື່ອພົບປະແລກປ່ຽນມະນຸດສະທໍາໃຫ້ເຂົ້າສູ່ລວງເລິກ

ໃນປີ 2025, ມະຫາວິທະຍາໄລ Zhongshan (ຈີນ) ໄດ້ຈັດຕັ້ງຫຼາຍການເຄື່ອນໄຫວພົບປະແລກປ່ຽນກັບຫວຽດນາມ. ຕາມຂໍ້ມູນຈາກທ່ານ Niu Kai Jun ແລ້ວ, ປະຈຸບັນ ພະແນກພົວພັນສາກົນ ແລະຫົວໜ້າຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ຂອງມະຫາວິທະຍາໄລ Zhongshan ກຳລັງປະຕິບັດຫຼາຍຫົວຂໍ້ຄົ້ນຄວ້າລົງເລິກກ່ຽວກັບຫວຽດນາມ.

ທ່ານ Niu Kai Jun ໃຫ້ຮູ້ວ່າ “ຫວ່າງແລ້ວນີ້, ຂ້າພະເຈົ້າເອງ ແລະສຳນັກພິມຈຳໜ່າຍໄດ້ລົງນາມສັນຍາຮ່ວມມືຈັດພິມຈໍາໜ່າຍປ້ຶ້ມ 3 ເຫຼັ້ມ ລ້ວນແຕ່ກ່ຽວກັບຫວຽດນາມ ແລະກ່ຽວຂ້ອງເຖິງການພົບປະແລກປ່ຽນດ້ານວັດທະນະທໍາຂອງຈີນ-ຫວຽດນາມ”.

ນອກຈານັ້ນ, ທ່ານ Niu Kai Jun ຍັງໃຫ້ຮູ້ຕື່ມອີກວ່າ, ມະຫາວິທະຍາໄລ Zhongshan ກໍ່ມີແຜນການຈັດສົ່ງຄະນະນັກຊ່ຽວຊານ, ນັກຮຽນຮູ້ຈີນ ມາພົບປະແລກປ່ຽນວິຊາການສຶກສາຢູ່ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ໃນປະຈໍາປີ.

ທ່ານ Niu Kai Jun ໄດ້ຢືນຢັນວ່າ “ບົດວິທະຍານິພົນລະດັບປະລິນຍາໂທຂອງຂ້າພະເຈົ້າ ເອກະສານສ່ວນຫຼາຍແມ່ນໄດ້ເອົານຳຄະນະແລກປ່ຽນວິຊາການສຶກສາທີ່ມາຈາກຮ່າໂນ້ຍ ແລະນະຄອນໂຮ່ຈີມິນ. ຂ້າພະເຈົ້າກໍ່ເຄີຍມາຫວຽດນາມ ຫຼາຍເທື່ອແລ້ວ, ຂ້າພະເຈົ້າໄດ້ມາຢ້ຽມຢາມເກືອບທຸກໆປີ, ດັ່ງນັ້ນ ຂ້າພະເຈົ້າຈຶ່ງຖືວ່າ ປະມານ 20-30 ປີຜ່ານມາ, ສອງປະເທດຈີນ ແລະຫວຽດນາມ ໄດ້ມີພື້ນຖານການພົບປະແລກປ່ຽນວິຊາການສຶກສາດີທີ່ສຸດ”.

ດ້ວຍພື້ນຖານການຮ່ວມມືທີ່ໜັກແໜ້ນຄືຈັ່ງຊັ້ນ, ທ່ານ Niu Kai Jun ສະແດງຄວາມຫວັງວ່າໃນໄລຍະຈະມາເຖິງ, ມະຫາວິທະຍາໄລ Zhongshan  ແລະມະຫາວິທະຍາໄລວິທະຍາສາດສັງຄົມ ແລະມະນຸດສະທໍາ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຈະມີການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມືຫຼາຍກວ່າອີກ.

ພ້ອມດຽວກັນນັ້ນ ກໍ່ຈະມີມະຫາວິທະຍາໄລຫຼາຍແຫ່ງຂອງຫວຽດນາມ ຮ່ວມມືກັບມະຫາວິທະຍາໄລ Zhongshan ເວົ້າສະເພາະ ແລະບັນດາມະຫາວິທະຍາໄລຂອງຈີນ ເວົ້າລວມ.

ໂດຍ: ໄຊນີດາ