ຫວຽດນາມ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກັບ ອາເມລິກາ ກວ່າອີກ
ກປ.ອອນໄລ - ວັນທີ 9 ມັງກອນ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ ເຂົ້າຢ້ຽມອໍາລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ |
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຊົມເຊີຍສອງປະເທດບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງໃນບັນດາຂົງເຂດນັບແຕ່ການເມືອງ-ການທູດ, ເສດຖະກິດ-ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ວິທະຍາສາດ-ເຕັກໂນໂລຢີ…; ທ່ານເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກັບ ອາເມລິກາ ກວ່າອີກ, ລວມມີການລົງນາມໃນສັນຍາການຄ້າແບບຍຸຕິທຳ ແລະສະເໝີພາບ.
ກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງເຄົາລົບກົດບັດສະຫະປະຊາຊາດ, ກົດໝາຍສາກົນ; ແກ້ໄຂການຂັດແຍ້ງກັນຜ່ານການເຈລະຈາ ແລະໂດຍສັນຕິວິທີອື່ນ. ກ່ຽວກັບສະພາບການພາກພື້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ອາເມລິກາ ສືບຕໍ່ສະໜັບສະໜູນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນໃນພາກພື້ນສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982; ຖືວ່າ ການເຄື່ອນໄຫວຂອງບັນດາຝ່າຍຢູ່ທະເລຕາເວັນອອກຄວນປະກອບສ່ວນເຂົ້າໃນເປົ້າໝາຍລວມນີ້.
    |
 |
|
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈຳ ຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ |
ສ່ວນທ່ານເອກອັກຄະລັດຖະທູດ Marc Knapper ຊົມເຊີຍຜົນງານອັນພົ້ນເດັ່ນຂອງຫວຽດນາມ, ໃນນັ້ນເສດຖະກິດຮັກສາການເຕີບໂຕເປັນປົກກະຕິ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ, ທີ່ຕັ້ງ ແລະອິດທິພົນຊື່ສຽງສາກົນໄດ້ຮັບການຍົກສູງ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ເຖິງວ່າໃນຖານະຕໍາແໜ່ງໃດ ກໍຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງໃຫ້ສາຍພົວພັນສອງປະເທດໃຫ້ນັບມື້ນັບພັດທະນາ, ປະກອບສ່ວນແທດຈິງເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະຄວາມວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.
ໂດຍ: ເຈິ່ນຮວ່ຽນ