ຫວຽດນາມ ຖືເປັນສໍາຄັນການພົວພັນກັບອາເມລິກາ
ກປ.ອອນໄລ - ຕອນບ່າຍວັນທີ 10 ມັງກອນ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ເຂົ້້າຢ້ຽມອໍາລາເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊົມເຊີຍທ່ານເອກອັກຄະລັດຖະທູດ Marc Knapper ມີອາຍຸການດຳລົງຕຳແໜ່ງຢູ່ຫວຽດນາມ ດ້ວຍຜົນງານທີ່ໂດດເດັ່ນຫຼາຍຢ່າງ; ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດໃນການຊຸກຍູ້ການພັດທະນາການພົວພັນຫວຽດນາມ-ອາເມລິກາ ຢ່າງມີປະສິດທິຜົນ, ຍືນຍົງ ແລະເຂົ້າສູ່ລວງເລິກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢືນຢັນອີກຄັ້ງໜຶ່ງວ່າ ຫວຽດນາມ ຈະສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ໃຫ້ມີຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ພ້ອມທັງຮັກສານະໂຍບາຍດ້ານປ້ອງກັນຊາດ “4 ບໍ່”. ຫວຽດນາມ ຖືການພົວພັນກັບອາເມລິກາ, ປາດຖະໜາຢາກສືບຕໍ່ປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
|
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການຮ່ວມມືດ້ານເສດຖະກິດ ແລະການຄ້າ ແມ່ນເສົາຄ້ຳສຳຄັນຂອງການພົວພັນລະຫວ່າງຫວຽດນາມ ແລະອາເມລິກາ; ສະເໜີໃຫ້ອາເມລິກາ ຍູ້ແຮງການຮ່ວມມືກັບຫວຽດນາມ ໃນຂົງເຂດຖ່າຍທອດເຕັກໂນໂລຢີ, ຫັນປ່ຽນດີຈີຕອນ,...; ສະແດງຄວາມເຊື່ອໝັ້ນວ່າສອງຝ່າຍຈະສິ້ນສຸດລົງການເຈລະຈາສັນຍາການຄ້າຕອບໂຕ້ໂດຍໄວ, ມີຄວາມຍຸຕິທໍາ ແລະດຸນດ່ຽງ, ສ້າງພື້ນຖານສະຖຽນລະພາບສະພາບແວດລ້ອມການດໍາເນີນທຸລະກິດ, ນໍາມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຄົມວິສາຫະກິດສອງປະເທດ;...
ສ່ວນທ່ານເອກອັກຄະລັດຖະທູດ Marc Knapper ໄດ້ສະແດງຄວາມພາກພູມໃຈເມື່ອເຫັນການພົວພັນສອງປະເທດພັດທະນານັບມື້ນັບແທດຈິງ, ຮອບດ້ານໃນທຸກຂົງເຂດ; ສືບຕໍ່ແມ່ນຕົວແບບໃນການພົວພັນສາກົນ; ແບ່ງປັນການຕີລາຄາ ແລະຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ...; ສະແດງຄວາມເຊື່ອໝັ້ນວ່າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານອາເມລິກາ ແລະຫວຽດນາມ ຈະພັດທະນາຢ່າງບໍ່ຢຸດຢັ້ງ; ຢືນຢັນວ່າເຖິງວ່າຢູ່ຖານະຕໍາແໜ່ງໃດກໍຕາມທີ່ກໍຈະສືບຕໍ່ແມ່ນເພື່ອນຂອງຫວຽດນາມ ແລະປະກອບສ່ວນສຳລັບພົວພັນສອງປະເທດ.
ໂດຍ: ໄຊນີດາ