ເປີດກວ້າງການລົງທຶນ, ຊຸກຍູ້ການຖ່າຍທອດເຕັກໂນໂລຢີ
ກປ.ອອນໄລ - ຕອນຄໍ່າວັນທີ 9 ມັງກອນ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Yan Jiehe ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງປາຊີຟິກ (PCC), ວິສາຫະກິດພາກເອກະຊົນໃຫຍ່ຂອງຈີນ ໃນຂົງເຂດການລົງທຶນ, ກໍ່ສ້າງ, ເຄື່ອນໄຫວ ແລະຄຸ້ມຄອງພື້ນຖານໂຄງລ່າງ.
ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ສະເໜີ PCC ຮ່ວມມືກັບບັນດາວິສາຫະກິດຫວຽດນາມ ຢ່າງແໜ້ນແຟ້ນດ້ວຍບັນດາກິດຈະການ, ຜະລິດຕະພັນລະອຽດ, ພົ້ນເດັ່ນຕິດກັບການຖ່າຍທອດເຕັກໂນໂລຢີ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ແລະປະກອບສ່ວນຊຸກຍູ້ການພົວພັນສອງປະເທດພວມພັດທະນາດີງາມທີ່ສຸດ, ນໍາມາເຊິ່ງຜົນປະໂຫຍດໃຫ້ສອງຝ່າຍ.
ເນັ້ນໜັກເຖິງບົດບາດສໍາຄັນຂອງວຽກງານວາງແຜນຝັງດ້ວຍວິໄສທັດເບິ່ງກວ້າງມອງໄກ, ຄິດເລິກເຮັດໃຫຍ່, ທ່ານນາຍົກລັດຖະມົນຕີ ສະເໜີ PCC ສືບຕໍ່ຄົ້ນຄວ້າເຂົ້າຮ່ວມບັນດາໂຄງການທີ່ຫວຽດນາມ ເພື່ອແນໃສ່ຂຸດຄົ້ນມີປະສິດທິຜົນກວ່າບັນດາຂົງເຂດພັດທະນາ, ໃນນັ້ນໂຄງການລົດໄຟໃຕ້ດິນຈາກສະໜາມບິນເຕີນເຊິນເຍີດ ໄປຮອດສະໜາມບິນລອງແທ່ງ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຕ້ອນຮັບທ່ານ Yan Jiehe ຜູ້ກໍ່ຕ້ັງກຸ່ມບໍລິສັດກໍ່ສ້າງປາຊີຟິກ (ຈີນ). ພາບ: ສໍານັກຂ່າວສານຫວຽດນາມ |
ສ່ວນທ່ານ Yan Jiehe ໃຫ້ຮູ້ວ່່າ PCC ໄດ້ຊະນະໃນການປະມູນ, ພວມຜັນຂະຫຍາຍ 3 ໂຄງການໃຫຍ່ຢູ່ຮ່າໂນ້ຍ, ລວມມີໂຄງການກໍ່ສ້າງຂົວຕື໊ລຽນ; ໂຄງການກໍ່ສ້າງຂົວ ງອັກໂຮ່ຍ; ໂຄງການກໍ່ສ້າງເສັ້ນທາງລົດໄຟຕົວເມືອງ ຮ່າໂນ້ຍ ສາຍເລກ 5 ວັນກາວ-ຮວ່າລາກ.
ລາຍງານເຖິງທ່ານນາຍົກລັດຖະມົນຕີ ກ່ຽວກັບສະພາບການຜັນຂະຫຍາຍບັນດາໂຄງການດັ່ງກ່າວ, ທ່ານ Yan Jiehe ກໍ່ລາຍງານແຜນການຮ່ວມມືຂອງ PCC ຢູ່ຫວຽດນາມ ໃນໄລຍະຈະມາເຖິງ; ສະແດງຄວາມປາດຖະໜາຢາກເຂົ້າຮ່ວມບັນດາໂຄງການໂຄງລ່າງໃຫຍ່, ສືບຕໍ່ຮ່ວມມືໄລຍະຍາວຢູ່ຫວຽດນາມ ຕາມການກໍານົດທິດເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ມີຄວາມຄິດເຫັນ.
ໂດຍ: ໄຊນີດາ