ປີ 2025, ລາຍຮັບລວມຂອງ Viettel ບັນລຸ 220,4 ພັນຕື້ດົ່ງ,  ເພີ່ມຂຶ້ນ 13,8%; ກໍາໄລກ່ອນພາສີບັນລຸ 56,8 ພັນຕື້ດົ່ງ, ເພີ່ມຂຶ້ນ 4,5%; ມອບເຂົ້າງົບປະມານຂອງລັດ 40.900 ຕື້ດົ່ງ. ຢູ່ບັນດາຕະຫຼາດຕ່າງປະເທດ, ລາຍຮັບຂອງ Viettel ເພີ່ມຂຶ້ນ 23,9%, ແມ່ນລະດັບເພີ່ມຂຶ້ນສູງສຸດໃນ 9 ປີຜ່ານມາ. Viettel ກາຍເປັນແກ່ນສານຄົ້ນຄວ້າ, ຜະລິດຕະພັນອຸດສາຫະກໍາສອງຜົນປະໂຫຍດ, ເປັນເຈົ້າຂອງເຕັກໂນໂລຢີຫຼັກ.

leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ ມອບຫຼຽນໄຊປົກປັກຮັກສາປະເທດ ຊັ້ນ 2 ໃຫ້ທ່ານພົນຈັດຕະວາ ໂດມິງເຝືອງ, ຮອງຜູ້ອໍານວຍການໃຫຍ່ Viettel. ພາບ: ແມ້ງຮືງ

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຟ້າມຮວ່າຍນາມ ເນັ້ນໜັກວ່າ ພາຍໃຕ້ການຊີ້ນໍາ, ນໍາພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ການປະສານສົມທົບກັນ, ຊ່ວຍເຫຼືອຂອງບັນດາອົງການ, ກົມກອງພາຍໃນ ແລະຕ່າງປະເທດກອງທັບ, Viettel ໄດ້ມານະພະຍາຍາມເຊີດຊູ, ບຸກທະລຸ, ປະຕິບັດສໍາເລັັດໜ້າທີ່ປີ 2025, ບັນລຸຜົນງານພົ້ນເດັ່ນຫຼາຍຢ່າງ. Viettel ສືບຕໍ່ຢືນຢັນແມ່ນວິສາຫະກິດນໍາໜ້າກ່ຽວກັບເຕັກໂນໂລຢີ, ຮັກສາແມ່ນວິສາຫະກິດໂທລະຄົມມະນາຄົມ ອັນດັບ 1 ຢູ່ຫວຽດນາມ, ຮັກສາທ່າເຕີບໂຕຢ່າງແຂງແຮງຢູ່ຕະຫຼາດຕ່າງປະເທດ. ກຸ່ມບໍລິສັດປະຕິບັດສໍາເລັດໜ້າທີ່ຄົ້ນຄວ້າ, ຜະລິດອາວຸດອຸປະກອນເຕັກໂນໂລຢີສູງ, ພິເສດແມ່ນອາວຸດຍຸດທະສາດ.

ກ່ຽວກັບໜ້າທີ່ສຳລັບປີ 2026 ແລະຕໍ່ໜ້າ, ທ່ານພົນໂທ ຟ້າມຮວ່າຍນາມ ສະເໜີໃຫ້ກຸ່ມບໍລິສັດສືບຕໍ່ຊາບຊຶມ ແລະປະຕິບັດບັນດາແຜນນະໂຍບາຍ, ຄຳສັ່ງຂອງພັກ, ລັດ ຢ່າງເຂັ້ມງວດ ແລະກອງທັບກ່ຽວກັບການສົມທົບລະຫວ່າງເສດຖະກິດກັບການປ້ອງກັນຊາດ, ພັດທະນາການບໍລິການໂທລະຄົມມະນາຄົມ ແລະອຸດສາຫະກຳປ້ອງກັນຊາດ.

ທີ່ກອງປະຊຸມ, ໂດຍຮັບການມອບສິດຈາກການນຳພັກ ແລະລັດ, ທ່ານພົນໂທ ຟ້າມຮວ່າຍນາມ ໄດ້ມອບຫຼຽນໄຊປົກປັກຮັກສາປະເທດ ຊັ້ນ 2 ໃຫ້ທ່ານພົນຈັດຕະວາ ໂດມິງເຝືອງ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel; ມອບນາມມະຍົດວິລະຊົນກໍາລັງປະກອບອາວຸດປະຊາຊົນໃຫ້ພັນເອກນາງ ເລທິຮັ່ງ, ຫົວໜ້າສູນ C4, ສາຖະບັນການບິນອາວະກາດ Viettel.

ໂດຍ: ໄຊນີດາ