ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາວ່າ ການທູດເສດຖະກິດບັນລຸໄດ້ໝາກຜົນສໍາຄັນທີ່ມີລັກສະນະຫັນປ່ຽນສະພາບ, ຫັນປ່ຽນສະຖານະການ, ໂດຍສັງເຂບແມ່ນ: “ເປັນເຈົ້າການຢ່າງຕັ້ງໜ້າ-ຕະຫຼາດເປີດກວ້າງ-ຄຸນນະພາບຍົກສູງ-ມີປະສິດທິຜົນຢ່າງຈະແຈ້ງ-ເສດຖະກິດເຕີບໂຕ-ປະຊາຊົນຊົມໃຊ້”.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ແຕ່ປີ 2026 ເປັນຕົ້ນໄປ, ປະເທດເຮົາຕ້ອງບັນລຸເປົ້າໝາຍເຕີບໂຕ 2 ຕົວເລກ. ສະນັ້ນ, ບັນດາຂັ້ນ, ຂະແໜງການ, ທ້ອງຖິ່ນ, ບັນດາຂົງເຂດເສດຖະກິດລ້ວນແຕ່ເຕີບໂຕ 2 ຕົວເລກທັງໝົດ. ດ້ວຍທິດນໍາ “ຄວາມສາມັກຄີເພື່ອສ້າງກໍາລັງແຮງ, ການຮ່ວມມືເພື່ອຜົນປະໂຫຍດ, ການເຈລະຈາເພີ່ມຄວາມໄວ້ເນື້ອເຊື່ອໃຈ”, “ການພົວພັນຕ່າງປະເທດເວົ້າລວມ ແລະການທູດເສດຖະກິດເວົ້າສະເພາະຕ້ອງຈິງໃຈກັບຈິດໃຈຜົນປະໂຫຍດກົມກ່ຽວ, ແບ່ງປັນຄວາມສ່ຽງ”, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕ້ັງ, ວິສາຫະກິດ, ອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດຜັນຂະຫຍາຍການຫັນເປັນລະອຽດ, ປະຕິບັດດີບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດຢ່າງເຂັ້ມງວດ, ພິເສດໃນໄລຍະຈະມາເຖິງແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ບັນດາມະຕິຍຸດທະສາດຂອງກົມການເມືອງ ໄດ້ ແລະຈະປະກາດໃຊ້.

ໃນນັ້ນສຸມໃສ່ບຸລິມະສິດສ້າງບຸກທະລຸໃນການຮ່ວມມືສາກົນກ່ຽວກັບວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ, ຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ພັດທະນາສີຂຽວໃນສັງກາດດີຈີຕອນຍ້ອນນີ້ແມ່ນການຄັດເລືອກພາວະວິໄສ, ບຸລິມະສິດແຖວໜ້າ; ພັດທະນາພະລັງງານແບບຍືນຍົງ, ຕົວເມືອງອັດສະລິຍະ, ການທ່ອງທ່ຽວ;...

ຍູ້ແຮງການຂຸດຄົ້ນບັນດາກໍາລັງແຮງເຕີບໂຕໃໝ່ຢ່າງມີປະສິດທິຜົນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງເພີ່ມທະວີເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມືໃຫຍ່, ມູນເຊື້ອ, ເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ; ເປີດກວ້າງການຮ່ວມມືໃນຂົງເຂດ Cloud Computing, ປັນຍາປະດິດ, ຊີບເຄື່ອງຊັກນໍາໄຟຟ້າ...; ຕັ້ງໜ້າຕໍ່ສູ້ປົກປັກຮັກສາສິດຜົນປະໂຫຍດຂອງປະເທດຕໍ່ບັນດາຄູ່ຮ່ວມມືໃຫຍ່...

ໂດຍ: ໄຊນີດາ