ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ເຢຍລະມັນ ໄດ້ມີການແລກປ່ຽນກັບທ່ານ Patrik Köbele, ປະທານພັກກອມມູນິດ ເຢຍລະມັນ (DKP), ກ່ຽວກັບບົດບາດນຳພາຂອງພັກກອມມູນິດຫວຽດນາມ ກໍ່ຄືກໍານົດທິດພັດທະນາຂອງຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ (ກອງປະຊຸມໃຫຍ່ ຄັ້ງທີ XIV).

leftcenterrightdel
ທ່ານ Patrik Köbele, ປະທານພັກກອມມູນິດເຢຍລະມັນ (DKP). ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Patrik Köbele, ຢືນຢັນວ່າ ພັກກອມມູນິດຫວຽດນາມ ມີບົດບາດ ແລະຄວາມສຳຄັນທີ່ບໍ່ສາມາດປ່ຽນແທນໄດ້ໃນຂະບວນການປະຫວັດສາດ ແລະການພັດທະນາຂອງຫວຽດນາມ. ທ່ານ Patrik Köbele ເນັ້ນໜັກເຖິງຄວາມສຳຄັນຂອງບົດບາດນຳພາຂອງພັກກອມມູນິດຫວຽດນາມ, ບົດບາດທີ່ສະແດງໃຫ້ເຫັນບໍ່ພຽງແຕ່ຜ່ານບັນດາຄຳສັ່ງບໍລິຫານເທົ່ານັ້ນ ຫາກຍັງຜ່ານການພົວພັນສະໜິດຕິດພັນຢ່າງແໜ້ນແຟ້ນກັບປະຊາຊົນ. ຕາມທ່ານແລ້ວ, ນີ້ແມ່ນພື້ນຖານທີ່ຮັບປະກັນກຳລັງແຮງໃນບົດບາດນໍໍາພາຂອງພັກກອມມູນິດຫວຽດນາມ.

ທ່ານ Patrik Köbele ສະແດງຄວາມເຊື່ອໝັ້ນ ແລະຫວັງວ່າກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຈະຮັບຮອງເອົາບັນດາລັດຖະນະໂຍບາຍຢ່າງຖືກຕ້ອງ, ເປີດເສັ້ນທາງພັດທະນາແບບຍືນຍົງ ບໍ່ພຽງແຕ່ໃຫ້ຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນຜົນປະໂຫຍດລວມຂອງມວນມະນຸດ.

ໂດຍ: ເຈິ່ນຮວ່ຽນ