ການເຕີບໂຕບຸກທະລຸ, ດໍາເນີນທຸລະກິດຢ່າງມີປະສິດທິຜົນ
ອັດຕາ 13,8% ແມ່ນລະດັບການເຕີບໂຕທີ່ໜ້າປະທັບໃຈຂອງກຸ່ມບໍລິສັດ Viettel, ສະແດງໃຫ້ເຫັນເຖິງບົດບາດນຳໜ້າ ກໍ່ຄື ການຫັນປ່ຽນທີ່ແຂງແຮງດ້ວຍກໍາລັງໜູນການເຕີບໂຕໃໝ່ຫຼາຍຢ່າງ. ກຳໄລກ່ອນຫັກພາສີບັນລຸ 56,8 ພັນຕື້ດົ່ງ, ປະກອບສ່ວນເຂົ້າງົບປະມານລັດ 40,9 ພັນຕື້ດົ່ງ.
ໃນຕະຫຼາດຕ່າງປະເທດ, ລາຍຮັບຂອງ Viettel ເຕີບໂຕ 23,9%, ເຊິ່ງເປັນລະດັບການເຕີບໂຕສູງສຸດໃນ 9 ປີຜ່ານມາ. ມາຮອດປະຈຸບັນ, ໃນ 10 ປະເທດທີ່ Viettel ລົງທຶນຢູ່ຕ່າງປະເທດນັ້ນ, ມີ 7 ປະເທດ ທີ່ Viettel ເປັນຜູ້ສະໜອງເຄືອຂ່າຍອິນເຕີແນັດໃຫຍ່ທີ່ສຸດ (ລາວ, ກຳປູເຈຍ, ມຽນມາ, ຕີມໍ ແລັດສະເຕ, ບູຣຸນດີ, ໄຮຕິ, ແລະ ໂມຊຳບິກ).
ກຸ່ມບໍລິສັດ Viettel ບັນລຸການເຕີບໂຕສູງຍ້ອນມີຄວາມບຸກທະລຸໃນທຸກເສົາຄໍ້າດໍາເນີນທຸລະກິດ, ການຄົ້ນຄວ້າ, ການຜະລິດ, ພິເສດແມ່ນຕິດພັນຢ່າງແໜ້ນແຟ້ນກັບບັນດາການກໍານົດທິດບຸກທະລຸໃນການພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນເປັນດີຈີຕອນແຫ່ງຊາດ ຕາມເນື້ອໃນຈິດໃຈຫຼັກແຫຼ່ງຂອງມະຕິ ເລກທີ 57 ທີ່ ກົມການເມືອງ ວາງອອກ.
ການເປັນເຈົ້າຂອງເຕັກໂນໂລຊີຫຼັກ
ໃນປີ 2025, Viettel ໄດ້ດໍາເນີນການຜະລິດ ແລະນໍາອາວຸດຍຸດໂທປະກອບສໍາຄັນຫຼາຍປະເພດເຂົ້າບັນຈຸໃຫ້ແກ່ກະຊວງປ້ອງກັນປະເທດ ແລະເປັນຄັ້ງທໍາອິດໄດ້ທົດລອງອາວຸດຍຸດທະສາດທີ່ມີເຕັກໂນໂລຊີສູງດ້ວຍລະດັບໄກໃໝ່ປະສົບຜົນສຳເລັດ.
Viettel ໄດ້ກາຍເປັນສູນຄົ້ນຄວ້າ, ຜະລິດຜະລິດຕະພັນອຸດສາຫະກໍາທີ່ນຳໃຊ້ຂົງເຂດການທະຫານ ແລະພົນລະເຮືອນ, ເປັນເຈົ້າຂອງເຕັກໂນໂລຊີຫຼັກ. ກຸ່ມບໍລິສັດ ໄດ້ປະກາດບົດຂ່າວວິທະຍາສາດສາກົນ 406 ບົດ, ເປັນເຈົ້າຂອງໃບຢັ້ງຢືນລິຂະສິດຢູ່ພາຍໃນປະເທດຈໍານວນ 175 ໃບ, ໃບຢັ້ງຢືນລິຂະສິດສາກົນຈໍານວນ 41 ໃບ, ພ້ອມກັບຫຼຽນລາງວັນໂຮ່ຈີມິນ 2 ຫຼຽນກ່ຽວກັບວິທະຍາສາດເຕັກໂນໂລຊີ ແລະຫຼຽນລາງວັນສາກົນອື່ນອີກຫຼາຍຫຼຽນ.
ນໍາໜ້າໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ ແລະໂຄງລ່າງ logistics ແຫ່ງຊາດ
ດ້ວຍບັ້ນເຄື່ອນໄຫວກໍ່ສ້າງພື້ນຖານໂຄງລ່າງ 5G ໃນປີກາຍນີ້, Viettel ສາມາດບັນລຸສະສົມເຄືອຂ່າຍ 5G ໄດ້ທັງໝົດ 30.000 ແຫ່ງ, ເຊິ່ງເປັນເຄືອຂ່າຍ 5G ໃຫຍ່ທີ່ສຸດໃນຫວຽດນາມ, ຕອບສະໜອງລື່ນຄໍາໝັ້ນສັນຍາຕໍ່ລັດຖະບານ, ເພື່ອແນໃສ່ສ້າງພື້ນຖານຫຼັກແຫຼ່ງໃຫ້ການເຕີບໂຕຂອງເສດຖະກິດດີຈີຕອນ ແລະຊຸກຍູ້ສັງຄົມດີຈີຕອນຢ່າງຮອບດ້ານ.
Viettel ຍັງໄດ້ເລີ່ມລົງມືກໍ່ສ້າງສູນຂໍ້ມູນຂະໜາດໃຫຍ່ ແລະຂະໜາດໃຫຍ່ພິເສດ 3 ແຫ່ງ, ສະຖານທີ່ຄົ້ນຄວ້າ ແລະພັດທະນາຢູ່ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ແລະດ່ານັ້ງ, ປະກອບສ່ວນເຂົ້າໃນເປົ້າໝາຍພັດທະນາຍຸດທະສາດພື້ນຖານໂຄງລ່າງດີຈີຕອນ ແລະພື້ນຖານໂຄງລ່າງເຕັກໂນໂລຢີທີ່ກ້າວໜ້າ, ໄປຄຽງຄູ່ກັບການພັດທະນາເຕັກໂນໂລຢີຂອງໂລກ.
ນອກຈາກນີ້, ກຸ່ມບໍລິສັດຍັງເຂົ້າຮ່ວມໃນການພັດທະນາພື້ນຖານໂຄງລ່າງ logistics ດ້ວຍໂຄງການຈຸດສຸມ ໄດ້ປະກອບສ່ວນເຂົ້າໃນການເຮັດໃຫ້ຫວຽດນາມ ກາຍເປັນສູນ logistics ຍຸດທະສາດໃນພາກພື້ນ, ເຊັ່ນ: ການເລີ່ມລົງມືກໍ່ສ້າງສູນ logistics ຢູ່ດ່ານັ້ງ, ກະຕຸກຊຸກຍູ້ການຜັນຂະຫຍາຍບັນດາດ່ານຊາຍແດນອັດສະລິຍະ ຢູ່ແຂວງ ລ້າງເຊີນ, ລາວກາຍ ແລະກວາງນິງ, ກໍຄື ເປີດກວ້າງການດໍາເນີນທຸລະກິດ logistics ໄປສູ່ຕະຫຼາດອາຊີຕາເວັນອອກສ່ຽງໃຕ້.
ການສ້າງແອບພຼີເຄຊັນ ຫັນປ່ຽນດີຈີຕອນແຫ່ງຊາດ
ໃນປີ 2025, Viettel ຈະເປັນກົມກອງຫຼັກໃນການຜັນຂະຫຍາຍການຫັນເປັນດີຈີຕອນໃຫ້ແກ່ອົງການສູນກາງ, ພິເສດແມ່ນໃຫ້ແກ່ອົງການພັກ ແລະສະພາແຫ່ງຊາດ. ຫຼາຍແອບພຼີເຄຊັນສຳຄັນ, ມີຂະໜາດໃຫຍ່, ມີຄວາມຮຽກຮ້ອງຕ້ອງການສູງກ່ຽວກັບການຮັກສາຄວາມລັບ ແລະລະດັບຄວາມໝັ້ນຄົງສູງໄດ້ຮັບການນຳໃຊ້ຢ່າງຄົບຊຸດ.
ໃນກອງປະຊຸມ, ທ່ານພົນຕີ ຕ່າວດຶກຖັງ, ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel, ໄດ້ເນັ້ນໜັກວ່າ: ປີ 2026 ໄດ້ຮັບຮູ້ວ່າເປັນປີທີ່ເປີດສັງກາດໃໝ່ບືນຕົວຂຶ້ນ, ຫັນປ່ຽນຈາກການວາງແຜນກຳນົດຈິນຕະນາການ, ລະບອບລະບຽບການ, ການກໍານົດທິດໄປສູ່ການຈັດຕັ້ງປະຕິບັດ. ສະນັ້ນ, ດ້ວຍຍຸດທະສາດຂອງ Viettel ຮອດປີ 2030 ຈະກາຍເປັນກຸ່ມບໍລິສັດເຕັກໂນໂລຢີທົ່ວໂລກທີ່ຈະແຈ້ງແລ້ວ, ພວກຂ້າພະເຈົ້າໄດ້ເລືອກເອົາທິດນໍາ ປີ 2026 ແມ່ນສຸມໃສ່ການກະທຳ, ລະອຽດແມ່ນການເປັນເຈົ້າການກວ່າ - ເລັ່ງຄວາມໄວກວ່າ - ກ້າຫານກວ່າ - ມີປະສິດທິຜົນກວ່າ. ປະສິດທິຜົນຕ້ອງເຫັນໄດ້ຢ່າງຊັດເຈນນຳລູກຄ້າ, ນຳສັງຄົມ ແລະນຳປະເທດຊາດ - ເຫຼົ່ານີ້ແມ່ນກໍາລັງໜູນເພື່ອໃຫ້ Viettel ສືບຕໍ່ພັດທະນາແບບຍືນຍົງ.
ໂດຍ: ຈາງຫງວຽນ