ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເລັ່ງລັດຄວາມຄືບໜ້າຂອງໂຄງການກໍ່ສ້າງເພື່ອຂໍ່ານັບຮັບຕ້ອນປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ
ກປ.ອອນໄລ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຫາກໍ່ລົງນາມໂທລະເລກທາງການເລກທີ 02/CD-TTg ລົງວັນທີ 2 ມັງກອນ 2026, ກ່ຽວກັບການສືບຕໍ່ເພີ່ມທະວີ, ຍົກສູງປະສິດທິຜົນການຄຸ້ມຄອງ ແລະເລັ່ງການສຳເລັດໂຄງການກໍ່ສ້າງ ເພື່ອຂໍ່ານັບຮັບຕ້ອນປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.
ໂທລະເລກທາງການຊີ້ແຈ້ງ: ໃນປີ 2025, ບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຕ່າງໆໄດ້ຈັດພິທີເປີດໂຄງການກໍ່ສ້າງ, ວາງສີລາລຶກ, ພິທີເປີດໂຄງການດ້ານວິຊາການທີ່ສຳຄັນ, ກິດຈະການໃຫຍ່, ຈຸດສຸມພັດທະນາພື້ນຖານໂຄງລ່າງເສດຖະກິດ-ສັງຄົມລະດັບຊາດ ເພື່ອສະເຫຼີມສະຫຼອງແຫ່ງວັນປົດປ່ອຍພາກໃຕ້ ແລະການທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (ເຊິ່ງຈະຈັດຂຶ້ນໃນວັນທີ 19 ເມສາ 2025); ການປະຕິວັດເດືອນ ສິງຫາ ທີ່ປະສົບຜົນສຳເລັດ ແລະວັນຊາດທີ 2 ກັນຍາ ຄົບຮອບ 80 ປີ (ຈັດຕັ້ງວັນທີ 19 ສິງຫາ 2025); ເພື່ອຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະສະເຫຼີມສະຫຼອງວັນຄົບຮອບ 79 ປີ ແຫ່ງວັນທົ່ວປະເທດຕໍ່ສູ້ (ເຊິ່ງຈະຈັດຂຶ້ນໃນວັນທີ 19 ທັນວາ 2025), ດ້ວຍຈໍານວນ 564 ໂຄງການ, ກິດຈະການຢູ່ 34 ແຂວງ, ນະຄອນທັງໝົດ. ບັນດາໂຄງການ, ກິດຈະການລົງມືກໍ່ສ້າງ, ວາງສີລາລຶກໃນໄລຍະຜ່ານມາໄດ້ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ. ຢືນຢັນຄວາມຕັດສິນໃຈຂອງພັກ, ລັດ ແລະປະຊາຊົນໃນການກໍ່ສ້າງປະເທດຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ສີວິໄລ, ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກັບກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນແຂວງ ແລະນະຄອນທີ່ຂຶ້ນກັບສູນກາງຊີ້ນຳນັກລົງທຶນ, ຄະນະຄຸ້ມຄອງໂຄງການ, ຜູ້ຮັບເໝົາ ແລະໜ່ວຍງານທີ່ກ່ຽວຂ້ອງສືບຕໍ່ຍົກສູງຄວາມຮັບຜິດຊອບ, ມານະພະຍາຍາມຫຼາຍຂຶ້ນ ແລະຕັ້ງໃຈຫຼາຍຂຶ້ນເພື່ອພະຍາຍາມສຳເລັດ ແລະນຳເອົາໂຄງການຕ່າງໆເຂົ້າຂຸດຄົ້ນໃຫ້ໄວທີ່ສຸດ.
ໂດຍ: ໄຊນີດາ