ເພື່ອສືບຕໍ່ຜັນຂະຫຍາຍປະສິດທິຜົນການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ຟີລິບປິນ ຢ່າງມີປະສິດທິຜົນຕື່ມອີກ, ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະທຸກຂັ້ນ, ທຸກຊ່ອງທາງ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດຟີລິບປິນ Meynardo Los Banos Montealegre. ພາບ: vov.vn

ຕາມນັ້ນແລ້ວ, ເພີ່ມທະວີການສົ່ງເສີມການຄ້າ ແລະການລົງທຶນ; ສືບຕໍ່ຮັດແໜ້ນການຮ່ວມມືທາງທະເລ ແລະມະຫາສະໝຸດ; ການຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ, ການຮັບມືກັບໄພພິບັດທາງທໍາມະຊາດ, ການຊອກຫາ ແລະກູ້ໄພ; ແລະປະສານສົມທົບກັນແກ້ໄຂເຫດການທີ່ກ່ຽວຂ້ອງເຖິງການຕ້ານ ແລະສະກັດກັ້ນການຫາປາທີ່ຜິດກົດໝາຍ, ບໍ່ແຈ້ງ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU).

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຟີລິບປິນ ສືບຕໍ່ສະໜັບສະໜູນຢ່າງແຂງແຮງຕໍ່ຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ; ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີ, ຄວາມໝັ້ນຄົງ ແລະຄວາມປອດໄພໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ. ພ້ອມກັນນັ້ນ, ປະສານສົມທົບກັນ ແລະສະໜັບສະໜູນກັນຢູ່ເວທີພາກພື້ນ ແລະສາກົນ, ໂດຍສະເພາະແມ່ນອາຊຽນ, ສປຊ, APEC...

ສ່ວນທ່ານເອກອັກຄະລັດຖະທູດ Meynardo Los Banos Montealegre ໄດ້ສະແດງຄວາມແບ່ງປັນຢ່າງເລິກເຊິ່ງຕໍ່ຄວາມເສຍຫາຍທີ່ປະຊາຊົນຫວຽດນາມ ປະສົບຈາກໄພທຳມະຊາດໃນໄລຍະຜ່ານມາ. ເຫັນດີຕໍ່ຄວາມຄິດເຫັນຂອງທ່ານນາຍົກລັດຖະມົນຕີ, ທ່ານເອກອັກຄະລັດຖະທູດ Meynardo Los Banos Montealegre ໃຫ້ຮູ້ວ່າ ຟີລິບປິນ ໃຫ້ຄຳໝັ້ນສັນຍາທີ່ຈະມານະພະຍາຍາມຮັກສາຄວາມສາມັກຄີ ແລະບົດບາດໃຈກາງຂອງອາຊຽນ...

ໂດຍ: ໄຊນີດາ