ເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ 234 ໂຄງການໃຫຍ່ທີ່ມີມູນຄ່າ 136 ຕື້ ໂດລາສະຫະລັດ ພ້ອມກັນ
ຕອນເຊົ້າວັນທີ 19 ທັນວາ, ມີ 234 ກິດຈະກຳ, ໂຄງການໃນ 34 ແຂວງ, ນະຄອນ ໄດ້ຮັບການລົງມືກໍ່ສ້າງ, ເປີດນຳໃຊ້ ແລະນໍາເຂົ້າໃຊ້ງານພ້ອມກັນ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ດ້ວຍລວມມູນຄ່າລົງທຶນທັງໝົດ 136 ຕື້ໂດລາສະຫະລັດ.
    |
 |
|
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄຳເຫັນໃນພິທີ. ພາບ: Vov.vn |
ເມື່ອກ່າວຄຳເຫັນໃນພິທີເລີ່ມລົງມືກໍ່ສ້າງເຂດຕົວເມືອງກິລາ Olympic, ຢູ່ຕາແສງ ເທື້ອງຝຸກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າ:
“ນີ້ແມ່ນບັນດາກິດຈະກຳ, ໂຄງການທີ່ມີຂອບຂະໜາດໃຫຍ່, ສວມບົດບາດສຳຄັນເປັນພິເສດໃນການພັດທະນາເສດຖະກິດສັງຄົມດ້ວຍບັນດາຈຸດດີທີ່ສຸດ. ບັນດາກິດຈະກຳ, ໂຄງການທີ່ໄດ້ເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ໃນໄລຍະຜ່ານມາ ແລະໃນມື້ນີ້ໄດ້ສະແດງໃຫ້ເຫັນຈິນຕະນາການວິໄສທັດ ແລະຄວາມຄາດຫວັງບືນຕົວຂຶ້ນຂອງປະຊາຊົນ ແລະຊາດຫວຽດນາມ. ນີ້ແມ່ນປະຖົມປັດໄຈເພື່ອມີລະບົບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດ ໃນສັງກາດໃໝ່”.
    |
 |
|
ບັນຍາກາດທີ່ພິທີເລີ່ມລົງມືກໍ່ສ້າງ, ເປີດນຳໃຊ້ບັນດາໂຄງການ, ກິດຈະກຳໃນທົ່ວປະເທດ. ພາບ: Vov.vn |
ໃນປີ 2026 ແລະໄລຍະຈະມາເຖິງ, ເພື່ອປະຕິບັດສຳເລັດ 2 ເປົ້າໝາຍຍຸດທະສາດ 100 ປີ, ພັກ, ລັດ ຫວຽດນາມ ໄດ້ກຳນົດເປົ້າໝາຍສູ້ຊົນບັນລຸລະດັບເຕີບໂຕ 2 ຕົວເລກ, ໃນນັ້ນ ການພັດທະນາພື້ນຖານໂຄງລ່າງເສດຖະກິດ, ສັງຄົມ ສືບຕໍ່ໄດ້ຮັບການກຳນົດຢ່າງຈະແຈ້ງວ່າ ແມ່ນໜຶ່ງໃນສາມບຸກທະລຸຍຸດທະສາດ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ປະດັບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ 6 ໝູ່ຄະນະ. 16 ໝູ່ຄະນະອື່ນໄດ້ຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ