    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກັບບັນດາຜູ້ແທນເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການຊາຍແດນແຫ່ງຊາດ. ພາບ: ສໍານັກຂ່າວສານຫວຽດນາມ. |
ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມມິງຈີ້ງ ໄດ້ຍ້ອງຍໍຊົມເຊີຍຕໍ່ຄວາມມານະພະຍາຍາມ ແລະຜົນງານທີ່ພົ້ນເດັ່ນຂອງພະນັກງານ, ລັດຖະກອນຮຸ່ນຕ່າງໆ ຂອງຄະນະກຳມະການຊາຍແດນແຫ່ງຊາດ ໃນຕະຫຼອດ 50 ປີຜ່ານມາ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຄະນະກຳມະການຊາຍແດນແຫ່ງຊາດ ແມ່ນນັກຮົບທີ່ມິດງຽບ, ອຸທິດຈິດໃຈ ແລະສະຕິປັນຍາທັງເວັນ ແລະ ຄືນ, ນໍາໜ້າທາງດ້ານການທູດ, ກົດໝາຍ, ຫາງສຽງ ແລະພາກສະໜາມ; ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາອະທິປະໄຕອັນສັກກາລະບູຊາຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ, ປັບປຸງການພົວພັນມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ. ພາບ: ສໍານັກຂ່າວສານຫວຽດນາມ. |
ຫວນຄືນບັນດາບົດຮຽນປະສົບການໃນວຽກງານຊາຍແດນ ແລະຜືນແຜ່ນດິນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງໃກ້ຊິດຕິດແທດການຊີ້ນໍາຂອງພັກ ເພື່ອປະຕິບັດເປົ້າໝາຍສູງສຸດ ແມ່ນປົກປັກຮັກສາເອກະລາດ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ; ຕ້ອງຍຶດໝັ້ນດ້ານຫຼັກການ, ມີຄວາມໄຫວພິບດ້ານຍຸດໂທບາຍ, ເຄົາລົບກົດໝາຍໃນການແກ້ໄຂບັນຫາຊາຍແດນ, ຜືນແຜ່ນດິນ.
ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ຕໍ່ໜ້າສະພາບການສາກົນ ແລະພາກພື້ນມີການຜັນແປຢ່າງສັບສົນຫຼາຍຢ່າງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຄະນະກຳມະການຊາຍແດນແຫ່ງຊາດ ຊາບຊຶມ ແລະປະຕິບັດທິດນໍາ “3 ຍຶດໝັ້ນ”, ນັ້ນແມ່ນເດັດດ່ຽວ, ມີຄວາມໄຫວພິບໃນການຕໍ່ສູ້ປົກ ປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ; ຍຶດໝັ້ນໃນການໝູນໃຊ້ບັນດາປັດໄຈດ້ານກົດໝາຍ, ເຕັກນິກ, ຖືບັນດາສົນທິສັນຍາ, ຂໍ້ຕົກລົງສອງຝ່າຍກ່ຽວກັບຊາຍແດນ, ກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982), ເຊິ່ງເປັນເຄື່ອງມືທີ່ສຳຄັນແຖວໜ້າເພື່ອປົກປ້ອງຜົນປະໂຫຍດຂອງຊາດ; ຍຶດໝັ້ນການຮ່ວມມື ແລະເຈລະຈາໃນການແກ້ໄຂຄວາມບໍ່ລົງລອຍກັນ, ສະແຫວງຫາມາດຕະການໂດຍພື້ນຖານ, ຍາວນານ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ປະດັບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ຄະນະກຳມະການຊາຍແດນແຫ່ງຊາດ. ພາບ: ສໍານັກຂ່າວສານຫວຽດນາມ. |
ຮັບຮູ້ການປະກອບສ່ວນອັນໃຫຍ່ຫຼວງຂອງກົມກອງ, ຕາງໜ້າການນຳພັກ ແລະລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ປະດັບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ຄະນະກຳມະການຊາຍແດນແຫ່ງຊາດ. ທ່ານ ຈິ້ງດຶກຫາຍ ປະທານຄະນະກຳມະການຊາຍແດນແຫ່ງຊາດ ແລະບັນດາການນຳຂອງຄະນະກຳມະການຊາຍແດນແຫ່ງຊາດ ເປັນກຽດຕາງໜ້າຮັບຫຼຽນອັນສູງສົ່ງນີ້.
ໂດຍ: ໄຊຊະນະ