leftcenterrightdel
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ທີ່ການໂອ້ລົມທາງໂທລະສັບ. ພາບ: vov.vn

ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍຮ່ວມມືໃນການພັດທະນາໄຟຟ້ານິວເຄຼຍໂມດູນຂະໜາດນ້ອຍ; ສ້າງບັນດາໂຄງການຮ່ວມມືລະອຽດໃນຂົງເຂດສິນເຊື່ອກາກບອນ, ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໂດຍໄວ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ສິງກະໂປ ຈະເຂົ້າຮ່ວມບັນດາສູນການເງິນຂອງຫວຽດນາມ ຢູ່ນະຄອນໂຮ່ຈີມິນ ແລະ ດ່ານັ້ງ, ສືບຕໍ່ໜູນຊ່ວຍຫວຽດນາມ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ນຳການພົວພັນຫວຽດນາມ - ສິງກະໂປ ກາຍເປັນແບບຢ່າງດີເດັ່ນກ່ຽວກັບຄວາມສາມັກຄີ, ຮ່ວມມື ແລະ ໂອ້ລົມສົນທະນາຢູ່ພາກພື້ນ.

ສ່ວນທ່ານນາຍົກລັດຖະມົນຕີ Lawrence Wong ເນັ້ນໜັກວ່າ, ສິງກະໂປ ປາດຖະໜາຢາກພ້ອມກັບຫວຽດນາມ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັ້ງຢ່າງແທດຈິງ, ກາຍເປັນ “ປະພາຄານ” ໃນອາຊຽນກ່ຽວກັບການຮ່ວມມືພ້ອມກັນໄຊຊະນະ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ນາຍົກລັດຖະມົນຕີສອງປະເທດ ປາດຖະໜາວ່າ ໄທ ແລະ ກຳປູເຈຍ ຈົ່ງລະງັບໃຈ, ບໍ່ນຳໃຊ້ອາວຸດ, ດຳເນີນການເຈລະຈາ, ແກ້ໄຂບັນດາບັນຫາໂດຍສັນຕິວິທີ. ການນຳສອງທ່ານກໍ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາສົມທົບກັນ, ເສີມຂະຫຍາຍປະສິດທິຜົນເມື່ອ ຫວຽດນາມ ເປັນປະເທດເຈົ້າພາບຈັດ APEC ແລະ ສິງກະໂປ ດຳລົງຕຳແໜ່ງປະທານອາຊຽນ ໃນປີ 2027.

ຂ່າວ: ວິທະຍຸກະຈາຍສຽວຽດນາມ