ທ່ານ ຟ້າມມິງຈິ໊ງ ເນັ້ນໜັກວ່າ ການຮ່ວມມືລະຫວ່າງທ້ອງຖິ່ນ, ການພົບປະແລກປ່ຽນປະຊາຊົນ, ການພົບປະແລກປ່ຽນວັດທະນະທຳລະຫວ່າງຫວຽດນາມ-ຍີ່ປຸ່ນ ນັບມື້ນັບຟົດຟື້ນ ແລະສະໜິດຕິດແໜ້ນ; ຂອບໃຈ ແລະຕີລາຄາສູງອໍານາດການປົກຄອງແຂວງ Tochigi ທີ່ຍາມໃດກໍ່ສະໜັບສະໜູນ, ຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບຫວຽດນາມ, ໂດຍສະເພາະແມ່ນການຮ່ວມມືລະຫວ່າງແຂວງ Tochigi ກັບແຂວງຝູເທາະ, ໃນບັນດາຂົງເຂດ ຄື, ເສດຖະກິດ, ການລົງທຶນ, ການຄ້າ, ການທ່ອງທ່ຽວ, ຊັບພະຍາກອນມະນຸດ ແລະວັດທະນະທໍາ ກໍ່ຄື ຍາມໃດກໍ່ເອົາໃຈໃສ່, ໜູນຊ່ວຍປະຊາຄົມຊາວຫວຽດນາມ ພວມດໍາລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ແຂວງ.
    |
 |
|
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Fukuda Tomikazu ຜູ້ວ່າການແຂວງ Tochigi (ຍີ່ປຸ່ນ). ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ Tochigi ສືບຕໍ່ຊຸກຍູ້ການຮ່ວມມືຢ່າງແທດຈິງ, ຮອບດ້ານກັບບັນດາທ້ອງຖິ່ນຫວຽດນາມ ຜ່ານໂຄງການຮ່ວມມືທີ່ລະອຽດ, ແທດຈິງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະທ້ອງຖິ່ນ, ນໍາມາເຊິ່ງຜົນປະໂຫຍດຢ່າງກົມກຽວໃຫ້ຝ່າຍຕ່າງໆ ແລະຄົ້ນຄວ້າຄວາມສາມາດຮ່ວມມືກັບທ້ອງຖິ່ນໃໝ່ໃຫ້ສອດຄ່ອງ; ແຂວງ Tochigi ສືບຕໍ່ເອົາໃຈໃສ່, ສົ່ງເສີມ, ຊຸກຍູ້ວິສາຫະກິດຂອງແຂວງ ເປີດກວ້າງການລົງທຶນເຂົ້າຫວຽດນາມ ໃນຂົງເຂດຕ່າງໆ ເຊິ່ງແຂວງມີທ່າແຮງ;...
ສ່ວນທ່ານ Fukuda Tomikazu ໄດ້ຕີລາຄາສູງຕໍ່ການພັດທະນາຢ່າງກະໂດດຂັ້ນຂອງຫວຽດນາມ ໃນຊຸມປີມໍ່ໆມານີ້; ຕີລາຕາສູງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດຂອງຫວຽດນາມ ທີ່ນັບມື້ນັບໄດ້ຮັບການປັບປຸງ, ປະເທດ ແລະວັດທະນະທໍາຫວຽດນາມ ທີ່ມີລັກສະນະສີສັນພິເສດ, ສວຍງາມ, ຊາວຫວຽດນາມ ເປັນມິດ; ໃຫ້ຮູ້ວ່າແຂວງ Tochigi ແລະວິສາຫະກິດໃນແຂວງ ກໍ່ຄືຍີ່ປຸ່ນ ຈະສືບຕໍ່ເປີດກວ້າງການຮ່ວມມື, ການລົງທຶນຢູ່ຫວຽດນາມ;...
    |
 |
|
ທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕ້ອນຮັບທ່ານ Fukuda Tomikazu ຜູ້ວ່າການແຂວງ Tochigi. ພາບ: ສໍານັກຂ່າວສານຫວຽດນາມ |
ໃນວັນດຽວກັນ, ທີ່ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Fukuda Tomikazu ຜູ້ວ່າການແຂວງ Tochigi.
ທ່ານ ເລຮວ່າຍຈູງ ເນັ້ນໜັກວ່າ ການຮ່ວມມືທ້ອງຖິ່ນທີ່ພວມແທດຈິງທີ່ສຸດ, ແມ່ນຊ່ວງທາງທີ່ມີປະສິດທິຜົນໃນການຊຸກຍູ້ການພົວພັນຫວຽດນາມ-ຍີ່ປຸ່ນ; ສະເໜີແຂວງ Tochigi ສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິຜົນຂໍ້ຕົກລົງສະບັບຕ່າງໆທີ່ໄດ້ລົງນາມ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ສ້າງກໍາລັງໜູນພັດທະນາໃຫ້ຫວຽດນາມ ຄືວິທະຍາສາດ, ເຕັກໂນໂລຢີ, ຫັນເປັນດີຈີຕອນ, ນະວັດຕະກໍາ, ບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະສືບຕໍ່ເອົາໃຈໃສ່, ໜູນຊ່ວຍປະຊາຄົມຊາວຫວຽດນາມ ຢູ່ແຂວງ.
ໂດຍ: ໄຊນີດາ