ຫວຽດນາມ ກາຍເປັນສະມາຊິກຂອງອົງການພະລັງງານທົດແທນສາກົນ
ກປ.ອອນໄລ - ຫວຽດນາມ ໄດ້ກາຍເປັນສະມາຊິກທາງການຂອງອົງການພະລັງງານທົດແທນສາກົນ (IRENA) ແຕ່ວັນທີ 7 ພະຈິກ, ພາຍຫຼັງທີ່ສຳເລັດລະບຽບການຕ່າງໆຕາມຂໍ້ກຳນົດກົດລະບຽບ.
ຕາມທ່ານ ຫງວຽນຮວ່າງລອງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລ້ວ, ສິ່ງດັ່ງກ່າວໄດ້ສ້າງຂີດໝາຍຕໍ່ບາດກ້າວເດີນສຳຄັນໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງຂະແໜງພະລັງງານ, ສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ ເພີ່ມທະວີການແລກປ່ຽນນະໂຍບາຍ, ເຂົ້າເຖິງຖານຂໍ້ມູນ, ການວິເຄາະວິໄຈ ແລະໜູນຊ່ວຍທາງດ້ານເຕັກນິກ ແນໃສ່ຮັບໃຊ້ວຽກງານວາງແຜນຜັງ, ພັດທະນາພະລັງງານທົດແທນ ແລະຫັນປ່ຽນພະລັງງານຕາມກຳນົດທິດທີ່ໄດ້ຮັບການອະນຸມັດຜ່ານ.
    |
 |
|
ທ່ານ ຫງວຽນຮວ່າງລອງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ພ້ອມດ້ວຍຜູ້ຕາງໜ້າ IRENA ໃນວາລະເຮັດວຽກຂອງຕອນເຊົ້າວັນທີ 15 ທັນວາ. ພາບ: VGP |
ໃນຂະນະນັ້ນ, ຜູ້ຕາງໜ້າອົງການ IRENA ໄດ້ຢັ້ງຢືນວ່າ ອົງການນີ້ຕີລາຄາສູງນະໂຍບາຍພັດທະນາພະລັງງານ, ໃນນັ້ນ ມີພະລັງງານທົດແທນຂອງຫວຽດນາມ ແລະເຊື່ອໝັ້ນວ່າ ເລື່ອງຫວຽດນາມ ເຂົ້າຮ່ວມ IRENA ຈະເປີດຫຼາຍໂອກາດຮ່ວມມືທີ່ແທດຈິງ ໃນການໜູນຊ່ວຍນະໂຍບາຍ, ພັດທະນາໂຄງການ ແລະ ລະດົມແຫຼ່ງກຳລັງໃຫ້ແກ່ການຫັນປ່ຽນພະລັງງານ.
IRENA ແມ່ນອົງການແຖວໜ້າໂລກໃນຂົງເຂດພະລັງງານທົດແທນ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009, ປັດຈຸບັນມີ 170 ປະເທດ ແລະສະຫະພາບເອີຣົບ ເປັນສະມາຊິກ.
ໂດຍ: ກວຽດເຕິມ