ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ໄດ້ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນແບບພິເສດກັບລາວ; ເນັ້ນໜັກວ່າ, ຫວຽດນາມ ຈະສືບຕໍ່ໜູນຊ່ວຍລາວ ໃນການກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ສະເໜີໃຫ້ສອງຝ່າຍເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ປະສານສົມທົບ ແລະແບ່ງປັນບົດຮຽນໃນການພັດທະນາ, ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນສອງປະເທດ; ຊົມເຊີຍ ແລະຕີລາຄາສູງການຮ່ວມມືນັບມື້ນັບແໜ້ນແຟ້ນ ແລະມີປະສິດທິຜົນລະຫວ່າງສອງກະຊວງການຕ່າງປະເທດ ໃນການຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຮ່ວມມືດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນ, ແທດຈິງ, ປະກອບສ່ວນສຳຄັນເຂົ້າໃນການຮັກສາ ແລະພັດທະນາສາຍພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດຫວຽດນາມ-ລາວ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ ກວດກາຄືນບັນດາຂົງເຂດຮ່ວມມືຢ່າງຮີບດ່ວນ; ສົມທົບກັນແກ້ໄຂຂໍ້ຕິດຂັດຂອງບັນດາໂຄງການຈຸດສຸມ; ພ້ອມກັນສູ້ຊົນນຳການພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ນັບມື້ນັບພັດທະນາຢ່າງແຂງແຮງ, ມີປະສິດທິຜົນ ແລະສະໜິດຕິດພັນກວ່າອີກ; ສອງຝ່າຍເພີ່ມທະວີການສົມທົບກັບບັນດາປະເທດອາຊຽນ, ຊຸກຍູ້ຄວາມສາມັກຄີ, ເປັນເອກະພາບໃນອາຊຽນ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນ, ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະພັດທະນາ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ສ່ວນທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອາລົມຈິດມິດຕະພາບ ແລະການສະໜັບສະໜູນ, ການຊ່ວຍເຫຼືອອັນລໍ້າຄ່າຂອງຫວຽດນາມ ທີ່ສະຫງວນໃຫ້ແກ່ລາວ  ໃນຂະບວນການຕໍ່ສູ້ຍາດເອົາເອກະລາດ ໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະສ້າງສາປະເທດໃນປັດຈຸບັນ; ເຫັນດີກັບເນື້ອໃນແລກປ່ຽນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ; ຢືນຢັນວ່າສອງປະເທດຈະສືບຕໍ່ຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະສາກົນ.

* ຕອນບ່າຍວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ.

ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ ຊົມເຊີຍ ແລະຕີລາຄາສູງຜົນການປຶກສາຫາລືດ້ານການເມືອງລະຫວ່າງລັດຖະມົນຕີການຕ່າງປະເທດ ສອງປະເທດ; ຖືວ່ານີ້ແມ່ນບາດກ້າວກະກຽມອັນສຳຄັນແນໃສ່ສືບຕໍ່ເຮັດໃຫ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດເລິກເຊິ່ງກວ່າອີກໃນໄລຍະຈະມາເຖິງ; ສະເໜີສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍປະຕິບັດຖະແຫຼງການຮ່ວມຫວຽດນາມ-ລາວ, ສັນຍາ ວ່າດ້ວຍການຮ່ວມມືລະຫວ່າງສອງລັດຖະບານ ແລະໂຄງການຮ່ວມມືລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນການຮັກສາ ແລະພັດທະນາສາຍພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ.

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: qdnd.vn

ສ່ວນທ່ານ ທອງສະຫວັນ ພົມວິຫານ ຢືນຢັນວ່າ ພັກ, ລັດ, ລັດຖະບານ ແລະປະຊາຊົນລາວ ຍາມໃດກໍ່ຖືເປັນສຳຄັນ ແລະໃຫ້ບຸລິມະສິດສູງສຸດແກ່ການປັບປຸງ, ເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດກັບຫວຽດນາມ; ສະເໜີຝ່າຍຫວຽດນາມ ສືບຕໍ່ແບ່ງປັງບົດຮຽນໃນການປັບປຸງລັດຖະທຳມະນູນ, ກໍ່ສ້າງກົດໝາຍ ແລະລະບອບລະບຽບການ, ສະຖຽນລະພາບເສດຖະກິດມະຫາພາກ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ...

leftcenterrightdel
ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: qdnd.vn

ທ່ານປະທານສະພາແຫ່ງຊາດຫວຽດນາມ ຢືນຢັນ ແລະຕີລາຄາສູງການພັດທະນາຢ່າງຮອບດ້ານ, ນັບມື້ນັບເຂົ້າສູ່ລວງເລິກຂອງການພົວພັນຮ່ວມມື ຫວຽດນາມ-ລາວ ໃນທຸກຂົງເຂດ; ສະເໜີບັນດາອົງການຂອງສອງປະເທດ ຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍບັນດາຄໍາໝັ້ນສັນຍາຂອງການນໍາຂັ້ນສູງພາຍຫຼັງການຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ, ກອງປະຊຸມພົບປະຂັ້ນສູງລະຫວ່າງສອງພັກຢູ່ລາວ ແລະຜົນກອງປະຊຸມ ຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງ ລັດຖະບານ ຫວຽດນາມ-ລາວ. ພ້ອມທັງສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ຊຸກຍູ້ບັນດາໂຄງການຮ່ວມມືຈຸດສຸມ ກໍ່ຄື ເພີ່ມທະວີການສົມທົບຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພແຫຼ່ງນໍ້າແມ່ນ້ຳຂອງ ເພື່ອຜົນປະໂຫຍດທີ່ແທດຈິງຂອງປະຊາຊົນສອງປະເທດ.

* ຕອນບ່າຍວັນທີ 18 ທັນວາ, ທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງ ຄັ້ງທີ 12 ຂັ້ນລັດຖະມົນຕີການຕ່າງປະເທດຫວຽດນາມ-ລາວ.

leftcenterrightdel
ທ່ານ ເລຮວ່າຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: baoquocte.vn

ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການໜູນຊ່ວຍບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງປະຊາຊົນຂອງສອງປະເທດ ເພີ່ມທະວີການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ ແລະການພັດທະນາເສດຖະກິດ-ສັງຄົມ, ປະກອບສ່ວນຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຊຸກຍູ້ການເຊື່ອມໂຍງເຂົ້າກັບສາກົນຂອງແຕ່ລະປະເທດ; ສົມທົບກັນຜັນຂະຫຍາຍຂໍ້ຕົກລົງຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ, ປະຕິບັດໜ້າທີ່ອື່ນໆ ໂດຍການນຳສອງພັກ, ສອງລັດ ມອບໃຫ້ເປັນຢ່າງດີ; ຜັນຂະຫຍາຍປະຕິບັດເປົ້າໝາຍຂອງແຕ່ລະພັກ,  ແຕ່ລະປະເທດ ຢ່າງມີໄຊ, ພິເສດແມ່ນການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແລະການເລືອກຕັ້ງສະມາຊິກສະພາແຫ່ງຊາດ ໃຫ້ແກ່ອາຍຸການໃໝ່ຂອງແຕ່ລະພັກ, ແຕ່ລະປະເທດ ປະສົບຜົນສໍາເລັດ; ສົມທົບກັນຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງລະຫວ່າງສອງພັກ, ສອງປະເທດ ໃນໄລຍະຈະມາເຖິງ. ສອງຝ່າຍແບ່ງປັນທັດສະນະກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງສອງປະເທດ ສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍຢ່າງເປັນປະຈຳ, ພິເສດແມ່ນໃນຂອບເຂດສະຫະປະຊາຊາດ, ອາຊຽນ ແລະການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.

ໂດຍ: ເຈິ່ນຮວ່ຽນ