ສອງລັດຖະມົນຕີ ໄດ້ຕີລາຄາສູງຜົນການຮ່ວມມືລະຫວ່າງກະຊວງການຕ່າງປະເທດສອງປະເທດ ໃນປີ 2025 ເຊິ່ງເປັນປີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ຟີລິບປິນ; ເຫັນດີສືບຕໍ່ຊຸກຍູ້ນໍາການພົວພັນຂຶ້ນສູ່ລະດັບສູງໃໝ່, ຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ໃນທຸກຊ່ອງທາງ ພັກ, ລັດ, ສະພາແຫ່ງຊາດ ແລະການພົບປະແລກປ່ຽນປະຊາຊົນ, ເສີມຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍ ຄື: ຄະນະກຳມະການຮ່ວມກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ-ຟີລິບປິນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ໃນປີ 2026.

leftcenterrightdel
ທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານນາງ Maria Theresa Lazaro ລັດຖະມົນຕີກະຊວງການຕ່າງປະເທດຟີລິບປິນ. ພາບ: ກະຊວງການຕ່າງປະເທດ.

ສອງຝ່າຍເຫັນດີຍູ້ແຮງກວ່າອີກການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການຫັນເປັນດີຈີຕອນ, ກະສິກຳ, ການຮ່ວມມືທາງທະເລ ແລະມະຫາສະໝຸດ. ທ່ານນາງ Maria Theresa Lazaro ຢືນຢັນສະໜັບສະໜູນຄວາມມານະພະຍາຍາມຂອງຫວຽດນາມ ໃນການຕ້ານ ແລະສະກັດກັ້ນການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິບັດຕາມຂໍ້ກໍານົດ (IUU).

ສອງລັດຖະມົນຕີ ໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນທີ່ບັນດາເວທີຫຼາຍຝ່າຍສາກົນ ແລະພາກພື້ນ ຄື ອາຊຽນ ແລະ ສປຊ... ທ່ານລັດຖະມົນຕີ ເລຮວ່າຍຈຸງ ຢືນຢັນການສະໜັບສະໜູນຟີລິບປີນ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2026 ຢ່າງສຳເລັດຜົນ.

ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນຈໍານວນໜຶ່ງ, ລັດຖະມົນຕີສອງປະເທດ ໄດ້ແບ່ງປັນຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຄວາມເຄັ່ງຕຶງຢູ່ຊາຍແດນ ກຳປູເຈຍ ແລະໄທ. ທ່ານ ເລຮວ່າຍຈຸງ ຢືນຢັນຄວາມພ້ອມທີ່ຈະສືບຕໍ່ສົມທົບກັບຟີລິບປິນ ໃນຖານະເປັນປະທານອາຊຽນ 2026 ແລະບັນດາປະເທດສະມາຊິກອາຊຽນອື່ນ ຮັກສາຄວາມສາມັກຄີ ກໍຄື ບົດບາດໃຈກາງຂອງອາຊຽນ.

ໂດຍ: ໄຊຊະນະ