ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດງານບຸນນະວັດຕະກໍາເລີ່ມທຸລະກິດແຫ່ງຊາດ 2025
ກປ.ອອນໄລ - ໃນຄໍ່າວັນທີ 13 ທັນວາ, ທີ່ສະໜາມຫຼວງ ດົງກິງເຫງ້ຍຖູກ, Techfest ຫວຽດນາມ 2025, ພາຍໃຕ້ຫົວຂໍ້ “ເລີ່ມທຸລະກິດທົ່ວປວງຊົນ - ກຳລັງຜັກດັນເຕີບໂຕໃໝ່” ໄດ້ເປີດຂຶ້ນຢ່າງເປັນທາງການ. ເຫດການໂດຍກະຊວງວິທະຍາສາດ ແລະເຕັກໂນໂລຊີ ສົມທົບກັບຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ຈັດຕັ້ງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນຊີ້ນໍາຢູ່ເຫດການ.
ທີ່ເຫດການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກອອກໜ້າທີ່ຄວນສ້າງການບຸກທະລຸ. ນັ້ນແມ່ນ, ຍູ້ແຮງການຫັນປ່ຽນເປັນດີຈີຕອນ ເພື່ອໃຫ້ 100% ການບໍລິຫານຮັບໃຊ້ໃຫ້ປະຊາຊົນ ແລະວິສາຫະກິແມ່ນດຳເນີນໄປໃນສະພາບແວດລ້ອມດີຈີຕອນ, ບໍ່ຂຶ້ນກັບຂັ້ນແດນບໍລິຫານ, ມຸ່ງເຖິງການບໍລິຫານແບບບໍ່ໃຊ້ເຈ້ຍ; ການພັດທະນາຜູ້ຊ່ວຍສະເໝືອນໃນອົງການ, ທີ່ບັນດາອົງການ, ຫົວໜ່ວຍ; ການສ້າງກົນໄກຄໍ້າປະກັນສິນເຊື່ອ ແລະໃຫ້ກູ້ຢືມສຳລັບໂຄງການເລີ່ມທຸລະກິດນະວັດຕະກໍາໂດຍອີງໃສ່ເຕັກໂນໂລຊີ ແລະຊັບສິນທາງປັນຍາ...
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄໍາເຫັນທີ່ເຫດການ. ພາບ: ກະຊວງວິທະຍາສາດ ແລະເຕັກໂນໂລຊີ |
ທ່ານນາຍົກລັດຖະມົນຕີ ໄດ້ສະເໜີ Techfest ໃນປີໜ້າຄວນສືບຕໍ່ປະດິດສ້າງຢ່າງແຂງແຮງ, ຍົກລະດັບຂຶ້ນສູ່ລະດັບພາກພື້ນ ແລະສາກົນ ແລະເຊື່ອມຕໍ່ລະບົບນິເວດພາຍໃນ ແລະຕ່າງປະເທດຢ່າງເລິກເຊິ່ງ. Techfest ກາຍເປັນພື້ນຖານດຶງດູດຊັບພະຍາກອນສາກົນ, ກອງທຶນລົງທຶນ, ນັກຊ່ຽວຊານ ແລະກຸ່ມບໍລິສັດເຕັກໂນໂລຊີ; ຊຸກຍູ້ການເຈລະຈາ ແລະການເຊັນສັນຍາລົງທຶນກັບບັນດາປະເທດທີ່ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີ; ສ້າງ ແລະການເຄື່ອນໄຫວສູນ startup ໃຫ້ມີປະສິດທິຜົນ ແລະສ້າງເງື່ອນໄຂໃຫ້ບັນດາ startup ຫວຽດນາມເຂົ້າຮ່ວມ, ທົດລອງ ແລະເປີດກວ້າງຕະຫຼາດໂລກ.
ດ້ວຍຄຳຂວັນທີ່ວ່າ "ລັດສ້າງສັນ, ວິສາຫະກິດນໍາໜ້າ, ພາກລັດ ແລະເອກະຊົນຮ່ວມເດີນທາງ, ປະເທດຊາດພັດທະນາ ແລະປະຊາຊົນມີຄວາມຜາສຸກ", ທ່ານນາຍົກລັດຖະມົນຕີ ມີຄວາມຫວັງ ແລະເຊື່ອວ່າ Techfest 2025, ບົນຈິດໃຈ "ຖືເປັນສໍາຄັນສະຕິປັນຍາ, ຍາດແຍ່ງເວລາ ແລະການຕັດສິນໃຈຢ່າງທັນການ" ຈະປະສົບຜົນສໍາເລັດຢ່າງດີງາມ. ລະບົບນິເວດເລີ່ມທຸລະກິດ ແລະນະວັດຕະກຳແຫ່ງຊາດຈະມີບາດກ້າວທີ່ຍາວ. ຫວຽດນາມ ຈະກາຍເປັນຈຸດທີ່ມາທີ່ດຶງດູດໃຫ້ຜູ້ມີຄວາມສາມາດດ້ານເຕັກໂນໂລຊີ ແລະປະຊາຊົມເລີ່ມທຸລະກິດປະດິດສ້າງຂອງບັນດາປະເທດໃນພາກພື້ນ ແລະໂລກ.
ໂດຍ: ໄຊນີດາ