ໃນຂອບເຂດການຢ້ຽມຢາມ, ທ່ານ ເລຮວ່າຍຈຸງ ໄດ້ມີການພົບປະກັບຄູ່ຮ່ວມຕຳແໜ່ງໄທ Sihasak Phuangketkeow.
ທີ່ການພົບປະ, ສອງຝ່າຍຢືນຢັນຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ; ເຫັນດີສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຜ່ານການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ພິເສດແມ່ນໃນປີ 2026, ເມື່ອສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.
    |
 |
|
ການພົບປະລະຫວ່າງທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະຄູ່ຮ່ວມຕໍາແໜ່ງ ໄທ Sihasak Phuangketkeow. ພາບ: nhandan.vn |
ສອງຝ່າຍກໍ່ເຫັນດີເພີ່ມທະວີການພົບປະລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ເສີມຂະຫຍາຍຢ່າງມີປະສິດທິຜົນໝາກຜົນຂອງກອງປະຊຸມລັດຖະບານຮ່ວມ ຫວຽດນາມ - ໄທ ຄັ້ງທີ 4, ໃນນັ້ນມີການສົມທົບກັນກໍ່ສ້າງໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ແກ່ໄລຍະ 2026-2030 ດ້ວຍເນື້ອໃນທີ່ແທດຈິງ ແລະລະອຽດ.
ສອງລັດຖະມົນຕີ ໄດ້ຕີລາຄາວ່າ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ ສືບຕໍ່ແມ່ນເສົາຄ້ຳໃນການພົວພັນສອງຝ່າຍ, ເຫັນດີຈະສືບຕໍ່ສູ້ຊົນບັນລຸເປົ້າໝາຍວົງເງິນການຄ້າສອງຝ່າຍໃຫ້ໄດ້ 25 ຕື້ໂດລາສະຫະລັດ ໂດຍໄວ; ຜັນຂະຫຍາຍປະຕິບັດຍຸດທະສາດ “ສາມເຊື່ອມຈອດ” ຢ່າງມີປະສິດທິຜົນ ແລະແທດຈິງ; ເພີ່ມທະວີການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະຊ່ວຍໜູນເຊິ່ງກັນ ແລະກັນ ເຊັ່ນ: ພະລັງງານ, ການຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດດີຈີຕອນ ແລະ ໂລຈິດສະຕິກ.
    |
 |
|
ທ່ານ ເລຮວ່າຍຈຸງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ (ເບື້ອງຂວາ) ທີ່ການພົບປະ. ພາບ: nhandan.vn |
ສອງຝ່າຍສົ່ງເສີມຊຸກຍູ້ວິສາຫະກິດສອງປະເທດ ເປີດກວ້າງການລົງທຶນຢູ່ແຕ່ລະປະເທດ, ປະກອບສ່ວນມຸ່ງໄປເຖິງເປົ້າໝາຍພັດທະນາເສດຖະກິດສອງຝ່າຍຕາມທິດດຸນດ່ຽງ, ໝັ້ນຄົງ ແລະຍືນຍົງ.
ສອງຝ່າຍຊົມເຊີຍການຮ່ວມມືຢ່າງແໜ້ນແຟ້ນ ແລະມີປະສິດທິຜົນລະຫວ່າງບັນດາອົງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງຕົນ ແມ່ນບໍ່ອະນຸຍາດໃຫ້ອົງການຈັດຕັ້ງ ຫຼື ບຸກຄົນໃດນໍາໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານປະເທດອື່ນ; ເຫັນດີສືບຕໍ່ສົມທົບກັນໃນການຕ້ານ ແລະສະກັດກັ້ນອາດຊະຍາກຳຂ້າມຊາດ, ການຄ້າຂາຍຢາເສບຕິດ, ອາດຊະຍາກຳເຕັກໂນໂລຊີສູງ.
ແລກປ່ຽນກ່ຽວກັບບັນຫາພາກພື້ນ ແລະສາກົນ, ສອງລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະຄວາມປອດໄພຢູ່ພາກພື້ນ; ເຊີດຊູບົດບາດໃຈກາງຂອງອາຊຽນ, ເພີ່ມທະວີຄວາມສາມັກຄີ ແລະເປັນເອກະພາບພາຍໃນກຸ່ມ, ສົມທົບຫຼັກໝັ້ນ ແລະທັດສະນະລວມຂອງອາຊຽນ ຕໍ່ບັນດາບັນຫາພາກພື້ນ ແລະທົ່ວໂລກ.
ພາຍຫຼັງທ່ານ Sihasak Phuangketkeow ແບ່ງປັນກ່ຽວກັບສະພາບຄວາມເຄັ່ງຕຶງຢູ່ເຂດຊາຍແດນ ໄທ - ກຳປູເຈຍ ໃນໄລຍະມໍ່ໆມານີ້, ທ່ານ ເລຮວ່າຍຈຸງ ໄດ້ສະແດງຄວາມວິຕົກກັງວົນຕໍ່ການຜັນແປທີ່ສັບສົນຢູ່ລຽບຕາມຊາຍແດນ ໄທ - ກໍາປູເຈຍ; ພ້ອມທັງຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງລະງັບໃຈ, ບໍ່ໃຫ້ຄວາມເຄັ່ງຕຶງປີນຂັ້ນໄດ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ຜ່ານການເຈລະຈາ, ສອດຄ່ອງກັບກົດໝາຍສາກົນ ແລະບັນດາຂໍ້ຕົກລົງ, ກົນໄກຂອງພາກພື້ນທີ່ມີຢູ່ແລ້ວ.
ທ່ານ ເລຮວ່າຍຈຸງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບບັນດາປະເທດອາຊຽນ, ໃນນັ້ນມີໄທ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມມານະພະຍາຍາມລວມເພື່ອຮັກສາສັນຕິພາບ, ສະຖຽນລະພາບທີ່ຍືນຍົງຍາວນານໃນພາກພື້ນ.
    |
 |
|
ທ່ານ ເລຮວ່າຍຈຸງ ພົບປະໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາ ໄທ. ພາບ: nhandan.vn |
ເນື່ອງໃນໂອກາດນີ້, ທ່ານ ເລຮວ່າຍຈຸງ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳໄທ ແລະພົບປະໂອ້ລົມກັບພະນັກງານ, ພາລະກອນອົງການຕາງໜ້າຫວຽດນາມ ປະຈຳ ໄທ.
ທ່ານ ເລຮວ່າຍຈຸງ ໄດ້ຮັບຮູ້ ແລະຕີລາຄາສູງຄວາມມານະພະຍາຍາມຂອງສະຖານທູດ ໃນວຽກງານພົວພັນຕ່າງປະເທດ, ປົກປ້ອງພົນລະເມືອງ ແລະຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື ຫວຽດນາມ - ໄທ; ສະເໜີ ສະຖານທູດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ເພີ່ມທະວີການໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສ ຢູ່ໄທ, ປະກອບສ່ວນປັບປຸງການພົວພັນລະຫວ່າງສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະເທດປະຈໍາຖິ່ນ.
ໂດຍ: ໄຊຊະນະ