ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະເນປານ
ກປ.ອອນໄລ - ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດເນປານ Dhan Bahadur Oli ແລະເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະເນປານ ໃນຂົງເຂດການຄ້າ, ການລົງທຶນ, ການບິນ, ວັດທະນະທໍາ ແລະການພົບປະແລກປ່ຽນປະຊາຊົນ.
ຕອນບ່າຍວັນທີ 13 ທັນວາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ຕ້ອນຮັບທ່ານ Dhan Bahadur Oli, ເອກອັກຄະລັດຖະທູດບໍ່ປະຈຳ ແຫ່ງ ສະຫະພັນສາທາລະນະລັດ ປະຊາທິປະໄຕ ເນປານ ປະຈຳ ຫວຽດນາມ, ໃນໂອກາດທີ່ທ່ານເອກອັກຄະລັດຖະທູດ ມາຍື່ນສານຕາຕັ້ງ.
    |
 |
|
ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ຕ້ອນຮັບທ່ານ Dhan Bahadur Oli ເອກອັກຄະລັດຖະທູດ. ພາບ: ກະຊວງການຕ່າງປະເທດ |
ເມື່ອປຶກສາຫາລືກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ໄດ້ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາກະຊວງ, ຂະແໜງການ, ວິສາຫະກິດ ແລະສະມາຄົມຂອງສອງປະເທດ ເພື່ອປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ; ພິຈາລະນາການເຈລະຈາ ແລະລົງນາມໃນຂໍ້ຕົກລົງທີ່ສຳຄັນຕ່າງໆ ເພື່ອສ້າງຂອບການຮ່ວມມືທີ່ໝັ້ນຄົງ, ໃນນັ້ນ ມີຂໍ້ຕົກລົງວ່າດ້ວຍການຄ້າ ແລະການລົງທຶນ; ສົ່ງເສີມໃຫ້ບໍລິສັດການບິນເປີດຖ້ຽວບິນເຊື່ອມຕໍ່ໂດຍກົງ ຫຼື ບິນຕໍ່ສະດວກລະຫວ່າງສອງປະເທດ. ໃນໂອກາດນີ້, ທ່ານລັດຖະມົນຕີ ຍັງໄດ້ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ແລະລັດຖະບານເນປານ ເອົາໃຈໃສ່ ແລະສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ເນປານ ໃນການດຳລົງຊີວິດ, ການສຶກສາ ແລະດຳເນີນທຸລະກິດຢ່າງສະດວກ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: ກະຊວງການຕ່າງປະເທດ |
ສ່ວນທ່ານເອກອັກຄະລັດຖະທູດ Dhan Bahadur Oli ເນັ້ນໜັກວ່າ ເນປານ ປາດຖະໜາຢາກຮຽນຮູ້ຈາກປະສົບການ ແລະຮູບແບບການ ພັດທະນາເສດຖະກິດ-ສັງຄົມ ແລະການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ; ພ້ອມທັງຢືນຢັນວ່າ ຈະສ້າງແຜນການລະອຽດເພື່ອຊຸກຍູ້ການຮ່ວມມືສອງປະເທດໃນດ້ານການຄ້າ, ການລົງທຶນ, ພະລັງງານ, ວິທະຍາສາດ ແລະເຕັກໂນໂລຢີ, ວັດທະນະທໍາ, ການທ່ອງທ່ຽວ, ການສຶກສາ ແລະບໍາລຸງສ້າງ ແລະເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະເນປານ.
ໂດຍ: ໄຊນີດາ