ຊຸກຍູ້ການພົວພັນຮ່ວມມືລະຫວ່າງແຂວງ Dolnośląskie ຂອງໂປໂລຍ ກັບບັນດາທ້ອງຖິ່ນຂອງຫວຽດນາມ
ກປ.ອອນໄລ - ໃນລະຫວ່າງວັນທີ 12 - 13 ທັນວາ, ທ່ານ ຮ່າຮວ່າງຫາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳໂປໂລຍ ໄດ້ໄປປະຕິບັດງານຢູ່ນະຄອນ Wrocław, ແຂວງ Dolnośląskie.
ໃນຂອບເຂດການໄປປະຕິບັດງານ, ທ່ານ ຮ່າຮວ່າງຫາຍ ໄດ້ມີການພົບປະ ແລະເຮັດວຽກກັບທ່ານນາງ Anna Żabska ເຈົ້າແຂວງໆ Dolnośląskie ແລະທ່ານ Jakub Mazur ຮອງປະທານນະຄອນ Wrocław, ໂດຍສຸມໃສ່ແລກປ່ຽນກ່ຽວກັບຄວາມສາມາດບົ່ມຊ້ອນ, ກາລະໂອກາດຮ່ວມມືລະຫວ່າງສອງຝ່າຍ ແລະສະພາບການທີ່ກ່ຽວຂ້ອງເຖິງປະຊາຄົມຊາວຫວຽດນາມ ຢູ່ທ້ອງຖິ່ນ.
    |
 |
|
ທ່ານ ຮ່າຮວ່າງຫາຍ ແລະທ່ານ Jakub Mazur ຮອງເຈົ້ານະຄອນ Wrocław. ພາບ: ສະຖານທູດຫວຽດນາມ ປະຈຳໂປໂລຍ |
ທີ່ບັນດາການພົບປະກັບການນຳທ້ອງຖິ່ນ, ທ່ານ ຮ່າຮວ່າງຫາຍ ເນັ້ນໜັກເຖິງບັນດາບາດກ້າວຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດໃນໄລຍະຜ່ານມາ, ເປັນຕົ້ນແມ່ນໃນປີ 2025 - ເຊິ່ງແມ່ນປີທີ່ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ ແລະ ໂປໂລຍ.
ຕາມທ່ານເອກອັກຄະລັດຖະທູດ ຮ່າຮວ່າງຫາຍ ແລ້ວ, ຫວຽດນາມ ແລະ ໂປໂລຍ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ກາລະໂອກາດຊຸກຍູ້ການຮ່ວມມືທັງໃນລະດັບລັດຖະບານ ແລະລະຫວ່າງທ້ອງຖິ່ນຕ່າງໆ, ໃນນັ້ນມີບັນດາຂົງເຂດທີ່ເປັນທ່າແຮງຂອງນະຄອນ Wrocław ແລະແຂວງ Dolnośląskie ຄື: ວິທະຍາສາດເຕັກໂນໂລຢີ, ການສຶກສາ-ບໍາລຸງສ້າງ, ການທ່ອງທ່ຽວ, ວັດທະນະທຳ...
ການນໍາແຂວງ Dolnośląskie, ນະຄອນ Wrocław ໄດ້ຮັບຮູ້, ຕີລາຄາສູງຕໍ່ວິວັດການເຊື່ອມໂຍງ ແລະການປະກອບສ່ວນຂອງປະຊາຄົມຊາວຫວຽດນາມ, ປະກອບສ່ວນເຂົ້າໃນວັດທະນະທຳທີ່ຫຼາກຫຼາຍຂອງພາກພື້ນ; ພ້ອມທັງໃຫ້ຮູ້ວ່າ ທ້ອງຖິ່ນຈະແກ້ໄຂບັນຫາທີ່ຍັງຄົງຄ້າງກ່ຽວກັບໃບອະນຸຍາດທີ່ຢູ່ອາໄສ, ແຮງງານຄົນຕ່າງປະເທດເວົ້າລວມ, ຂອງຊາວຫວຽດນາມ ເວົ້າສະເພາະ.
ການນຳຂອງແຂວງ Dolnośląskie ແລະ ນະຄອນ Wrocław ປາດຖະໜາຢາກຊຸກຍູ້ການຮ່ວມມືຫຼາຍດ້ານກັບທ້ອງຖິ່ນຂອງຫວຽດນາມ, ປະກອບສ່ວນນໍາການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະ ໂປໂລຍ ນັບມື້ນັບເຂົ້າສູ່ແທດຈິງ ແລະມີປະສິດທິຜົນ.
ໂດຍ: ຈາງຫງວຽນ