ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 81
ຕອນເຊົ້າວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 81, ຕີລາຄາວຽກງານປີ 2025 ແລະທິດທາງໜ້າທີ່ປົກປັກຮັກສາຄວາມສະຫງົບໃນຕໍ່ໜ້າ.
ພ້ອມດຽວກັນນັ້ນ ສະຫຼຸບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຄວາມຟຸມເຟືອຍ, ປະກົດການຫຍໍ້ທໍ້; ເຊື່ອມຊຶມຜັນຂະຫຍາຍສອງຂໍ້ກຳນົດໃໝ່ ຂອງກົມການເມືອງກ່ຽວກັບວຽກງານສືບຂ່າວ ແລະສະຫຼຸບຂະບວນການແຂ່ງຂັນ “ເພື່ອຄວາມໝັ້ນຄົງແຫ່ງຊາດ” ປີ 2025; ປຸກລະດົມຂະບວນການແຂ່ງຂັນ “ເພື່ອຄວາມໝັ້ນຄົງແຫ່ງຊາດ” ປີ 2026 ໃນກຳລັງຕຳຫຼວດປະຊາຊົນ.
    |
 |
|
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ກວດແຖວກຽດຕິຍົດຕໍາຫຼວດປະຊາຊົນ. ພາບ: qdnd.vn |
ທີ່ກອງປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ຢັ້ງຢືນວ່າ ໃນພາລະກິດປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ພະນັກງານ, ນັກຮົບຕຳຫຼວດ ມີຄວາມກ້າຫານຕໍ່ສູ້, ຍອມເສຍສະຫຼະເພື່ອຄວາມສະຫງົບ, ຄວາມຜາສຸກຂອງປະຊາຊົນ.
ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຳລັງຕຳຫຼວດ ສຸມໃສ່ປົກປັກຮັກສາຄວາມສະຫງົບປອດໄພ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI, ເລືອກຕັ້ງສະມາຊິກສະພາປະຊາຊົນອາຍຸການ 2026-2031 ຢ່າງເດັດຂາດ. ພ້ອມດຽວກັນນັ້ນ ປະຕິບັດວຽກງານປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງພາຍໃນ; ປົກປັກຮັກສາແນວທາງ, ບຸກຄະລາກອນ ແລະ ຄວາມສະຫງົບ, ປອດໄພ ໃຫ້ເປັນຢ່າງດີ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ